ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນແຂວງເຊກອງ ນໍາຕົວ ທ້າວ ສຸລິຍັນ ພຸດທະໄຊ ຫຼື ເກ້ ອາຍຸ 30 ປີ ບ້ານພະລານໃຕ້ ແລະ ທ້າວ ມິດຕາ ອາຍຸ 42 ປີ ບ້ານໂຖນ  ຢູ່ເມືອງພະລານໄຊ ແຂວງສະຫວັນນະເຂດ ຂຶ້ນມາໄຕ່ສວນ ແລະ ຕັດສິນເປັນໃນຂໍ້ຫາຄ້າຂາຍຢາເສບຕິດ ໃນອາທິດຜ່ານມາ. ຈາກການໄຕ່ສວນໃນຫ້ອງປະຊຸມສານ, ທ້າວ ສຸລິຍັນ ຮັບສາລະພາບຕໍ່ຄະນະສານອາຍາ ແລະ ຕໍ່ໜ້າໄອຍະການ ວ່າ: ຜູ້ກຽ່ວເລີ່ມຄ້າຂາຍຢາເສບຕິດມາແຕ່ເດືອນພະຈິກ 2016 ເປັນຕົ້ນມາ, ຢາບ້າທີ່ນຳມາຂາຍແມ່ນຊື້ມາຈາກທ້າວ ກຸຍ ຈໍານວນ 3 ຄັງຄື:

ຄັ້ງທີ 1: ໃນເດືອນ ພະຈິກ 2016,  ຜູ້ກ່ຽວໄດ້ໄປຊື້ຢາບ້ານຳ ທ້າວ ກຸຍ  ຈຳນວນ 1 ມັດ; ເທົ່າກັບ 2.000 ເມັດ. ເມືອໄດ້ຢາບ້າມາແລ້ວ, ຜູ້ກ່ຽວໄດ້ເອົາໄປຂາຍໃຫ້ໄວລຸ້ນມົ້ວສຸມຢາເສບຕິດຢູ່ເຂດເມືອງພະລານໄຊ ແຂວງສະຫວັນນະເຂດ,

ຄັ້ງທີ 2: ໃນວັນທີ 10 ທັນວາ 2016, ຜູ້ກ່ຽວໄດ້ຊື້ຢາບ້ານຳ ທ້າວ ກຸຍ ຈໍານວນ 2.000 ເມັດ,  ແລະ ຄັ້ງທີ 3: ໃນວັນທີ 31 ມັງກອນ 2017, ຜູ້ກ່ຽວກັບທ້າວ ມິດຕາ ( ຈໍາເລີຍ 2 ) ໄດ້ລົມກັນວ່າ ຈະພາກັນເອົາຢາບ້າໄປຂາຍຢູ່ແຂວງເຊກອງ ແລະ ຜູ້ກຽ່ວທັງສອງອອກເງິນກັນຄື: ທ້າວ ສຸລິຍັນ ໄດ້ອອກເງິນຈຳນວນ 50.000 ບາດ ແລະ ສວນທ້າວ ກຸຍ ໄດ້ອອກເງິນຈຳນວນ 20.000 ບາດ; ລວມເປັນ 70.000 ບາດ. ຈາກນັ້ນ, ກໍໄດ້ເງິນໄປຊື້ຢາບ້ານຳທ້າວ ກຸຍ ຈຳນວນ 2 ມັດເທົ່າກັບ 4.000 ເມັດ. ພາຍຫຼັງໄດ້ຢາບ້າມາແລ້ວ, ພວກກ່ຽວກໍໄດ້ພາກັນຂີ່ລົດລົງໄປແຂວງເຊກອງ  ໃນວັນທີ 1 ກຸມພາ 2017. ມາຮອດເວລາປະມານ 09:00 ໂມງຂອງວັນດັ່ງກ່າວ, ໄດ້ມີຄົນ (ບໍ່ຮູ້ຊື່ ) ຂີ່ລົດຊຸບເປີວັນ ສີຂາວ ( ບໍ່ຈື່ໝາຍເລກທະບຽນ) ມາຮັບ ເພື່ອພາໄປສົ່ງຢູ່ເຮືອນພັກແຫ່ງໜຶ່ງ ຢູ່ເຂດບ້ານເພຍໃໜ່ ເມືອງລະມາມ ແຂວງເຊກອງ.

ຫຼັງຈາກນັ້ນ, ພວກກ່ຽວ ໄດ້ໂທຫາ ທ້າວ ຢູນ ໃຫ້ພາທ້າວ ສຸລິຍັນ ໄປຂາຍຢາບ້າໃຫ້ຜູ້ຮ່ວມຂະບວນການ.  ຈາກນັ້ນກໍ່ໄດ້ບອກໃຫ້ທ້າວ ມິດຕາ ຂັບລົດໃຫ້ໄປຖ້າຢູ່ທາງໜ້າຫາ່ງຈາກເຮືອນພັກ ປະມາມ 50 ແມັດ. ຕໍ່ມາໄດ້ປະມານ 20-30 ນາທີ, ທ້າວ ມິດຕາ ຈິ່ງເຫັນທ້າວ ສຸລິຍາ ຖືກເຈົ້າໜ້າທີ່ຕຳຫຼວດໄດ້ກັກຕົວ; ສວ່ນທ້າວ ຢູນ ແມ່ນໄດ້ເອົາຕົວຫຼົບໜີ. ຫຼັງຈາກນັ້ນ, ເຈົ້າໜ້າທີ່ຕຳຫຼວດຈິ່ງໄດ້ນຳຕົວ ທ້າວ ສຸລິຍາ ໄປຫາ ທ້າວ ມິດຕາ ທີ່ຖ້າຢູ່ລົດຮຸນໄດຊຸບເປີ້ວັນສີຂາວ ແລະ ທໍາການກັກຕົວ ພ້ອມຂອງກາງຢາບ້າຈຳນວນ  3.976 ເມັດ ແລະ ໂທລະສັບ 2 ໝ່ວຍ.

ຜ່ານການໄຕສ່ວນໃນຫ້ອງປະຊຸມສານ, ຄົ້ນຄ້ວາບັນດາສໍານວ ນຄະດີ ແລະ ເອກະສານຕ່າງໆ ທີ່ປະກອບໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນຮອບດ້ານ ແລະ ພາວະວິໄສແລ້ວ ເຫັນວ່າ: ທ້າວ ສຸລິຍັນ ແລະ ທ້າວ ມິດຕາ ມີຄວາມຜິດໃນມາດຕາ 146 ວັກ 2 ວັກ 1 ທີ່ໄດ້ລະບຸໄວວ່າ: ບຸນຄົນຜູ້ໃດຫາກຜະລິດ, ປຸງແຕ່ງ, ມີໄວ້ໃນຄອງຄອງ, ຄ້າຂາຍ, ຈໍາໜ່າຍ, ນໍາເຂົາ, ສົ່ງອອກ, ຂົນສົ່ງ ຫຼື ນໍາຢາອີ, ຢາບ້າ ຫຼື ວັດຖຸອອກລົິດຕໍຈິດປະສາດອື່ນໆ ຜ່ານ ສປປ ລາວ ເປັນອາຈີນ ຫຼື ມີການຈັດຕັ້ງເປັນກຸ່ມ ຫຼື ມີຢາອີ, ຢາບ້າ ຫຼື ວັດຖຸອອກລິດຕໍ່ຈິດປະສາດອື່ນໆ ແຕ່ໜຶ່ງຮ້ອຍກຼາມ ຈະຖືກລົງໂທດຕັດອິດສະລະພາບແຕ່ ສິບປີ ຫາ ຊາວປີ ແລະ ຈະຖືກປັບໃໝແຕ່ 100.000.000 ກີບ ຫາ 500.000.000 ກີບ ແລະ ຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ 34 ຂອງກົດໝາຍອາຍາສະບັບນີ້.

ດ້ວຍເຫດນີ້, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໄດ້ບອກວ່າ: ທ້າວ ສຸລິຍັນ ແລະ ທ້າວ ມິດຕາ ມີຄວາມຜິດໃນສະຖານຄ້າຂາຍຢາເສບຕິດ ດັ່ງນັ້ນ, ຈຶ່ງໄດ້ຕັດສີນຈໍາເລີຍຕໍ່ໜ້າໂຈດ ແລະ ຈໍາເລີຍ ບອກວ່າ: ຕັດສີນທ້າວ ສຸລິຍັນ ແລະ ທ້າວ ມິດຕາ ຜູ້ລະ 18 ປີ ແລະ ປັບໄໝ 420.000.000 ກີບ.