ໂຄງການເມດຕາທໍາ ຮ່ວມກັບ ວັດປ່າພູກໍາພ້າວົງໄຊຍະຣາມ ບ້ານໂນນສະຫງ່າ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຈັດໂຄງການບັນພະຊາສໍາມະເນນ ( ບວດ ) ແລະ ອົບຮົມສີລະທໍາໃຫ້ຊາວໜຸ່ມ-ເຍົາວະຊົນ, ນັກຮຽນ ໃນໄລຍະປິດພາກຮຽນ ໃນອາທິດແລ້ວນີ້ ເພື່ອເປັນການບວດທົດແທນບຸນຄຸນຂອງພໍ່-ແມ່, ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາສະຫວັນ ໂຄດໄຊ ຮອງເຈົ້າເມືອງໄຊເສດຖາ, ພຣະອາຈານໃຫຍ່ ວັນຄໍາ ວົງສາສຸລິນ ປະທານອົງການພຸດທະສາສະໜາສໍາພັນລາວ ເມືອງໄຊເສດຖາ, ມີຊາວໜຸ່ມ-ເຍົາວະຊົນ, ພໍ່-ແມ່ຜູ້ປົກຄອງເຂົ້າຮ່ວມ.

ພຣະອາຈານ ສົມກຽດ ຄໍາເພັດມີໄຊ ຫົວໜ້າຄະນະໂຄງການບັນພະຊາ ກ່າວວ່າ: ໂຄງການບວດສໍາມະເນນ ແລະ ອົບຮົມສີລະທໍານີ້ ຈະເຮັດໃຫ້ຊາວໜຸ່ມ-ເຍົາວະຊົນ, ນັກຮຽນມີຄວາມຮັບຮູ້-ເຂົ້າໃຈ ແລະ ປະຕິບັດຕົນຕາມຫຼັກສິນລະທໍາ, ຮູ້ຈັກການນົບໄຫວ້ຕາມປະເພນີ ແລະ ວັດທະນະທໍາອັນດີງາມຂອງຊາດ, ສາມາດຊ່ວຍກັນສົ່ງເສີມ ແລະ ອະນຸລັກຮັກສາໄວ້ໃຫ້ໝັ້ນຄົງຕະຫຼອດໄປ. ພ້ອມນີ້, ຍັງເປັນການເຮັດໃຫ້ຊາວໜຸ່ມ-ເຍົາວະຊົນຮູ້ຈັກປ້ອງກັນ, ຫ່າງໄກສິ່ງເສບຕິດ ແລະ ຫຼີກເວັ້ນການກະທໍາສິ່ງທີ່ບໍ່ດີ.

ສໍາລັບໂຄງການທີ່ຈັດຂຶ້ນຄັ້ງນີ້, ມີຊາວໜຸ່ມ-ເຍົາວະຊົນ, ນັກຮຽນພາຍໃນເມືອງໄຊເສດຖາ ເຂົ້າຮ່ວມທັງໝົດ 35 ຄົນ ຍິງ 6 ຄົນ, ມີໄລຍະເວລາການຮຽນຝຶກອົບຮົມ 10 ວັນ ( 11-20 ກໍລະກົດ 2018 ).

ຜູ້ເຂົ້າຮ່ວມໂຄງການຄັ້ງນີ້ ຈະໄດ້ຮຽນຮູ້ກ່ຽວກັບວິຊາພຸດທະສາສະໜາ, ວິຊາທໍາມະປະຍຸກ, ວິທີໄຫວ້ພຣະ-ຮັບສິນ, ຄວາມຮູ້ພື້ນຖານກ່ຽວກັບຢາເສບຕິດ, ສິດທິມະນຸດ ແລະ ກົດລະບຽບການຈະລາຈອນ.