ກອງບັນຊາການ ປກສ ແຂວງໄຊສົມບູນ ໄດ້ຈັດພິທີປະກາດສັບຊ້ອນພະນັກງານ-ນັກຮົບ ປກສ ແຂວງ ແລະ ພະນັກງານກໍ່ສ້າງຮາກຖານກະຊວງ ປກສ ລົງກໍ່ສ້າງຮາກຖານການເມືອງ ປະຈຳຢູ່ 18 ບ້ານຈຸດສຸມ ຢູ່ແຂວງໄຊສົມບູນ ໃນອາທິດແລ້ວນີ້.

ເຂົ້າຮ່ວມເປັນປະທານໃນພິທີໂດຍ ພັອ ພິມພາ ທິຖາວອນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຫົວໜ້າຫ້ອງ, ກອງພັນປ້ອງກັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ, ປກສ ເມືອງ 5 ເມືອງ ແລະ ພະນັກງານວິຊາການທີ່ລົງກໍ່ສ້າງຮາກຖານເຂົ້າຮ່ວມ.

ພັທ ອິນປັນ ຍາດຕິວົງ ຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງ ເລກທີ 1280/ປກສ, ລົງວັນທີ 23 ພຶດສະພາ 2018 ຂອງຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ ວ່າດ້ວຍ ການສັບຊ້ອນພະນັກງານ-ນັກຮົບ ປກສ ແຂວງ ແລະ ພະນັກງານກໍ່ສ້າງຮາກຖານກະຊວງ ປກສ ລົງກໍ່ສ້າງຮາກຖານ-ການເມືອງ ປະຈຳຢູ່ 18 ບ້ານຈຸດສຸມ ຢູ່ແຂວງໄຊສົມບູນ ຕາມ 7 ກຸ່ມວຽກ ແລະ 4 ເນື້ອໃນ 4 ຄາດໝາຍຂອງວຽກງານກໍ່ສ້າງຮາກຖານການເມືອງ.

ໃນຕອນທ້າຍ, ພັອ ພີມພາ ທິຖາວອນ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງວຽກງານກໍ່ສ້າງຮາກຖານການເມືອງ ແລະ ບັນດາວຽກງານຈຸດສຸມທີ່ຈະໄດ້ພ້ອມກັນເຮັດໃນ 7 ກຸ່ມວຽກ ແລະ 4 ເນື້ອໃນ 4 ຄາດໝາຍ ໃນການພັດທະນາຂອບເຂດຈຸດສຸມໃນແຕ່ລະບ້ານໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ.

ໂອກາດນີ້, ກໍໄດ້ເນັ້ນໃຫ້ພະນັກງານທີ່ລົງກໍ່ສ້າງຮາກຖານໃນຄັ້ງນີ້ ເອົາໃຈໃສ່ສາອົບຮົມການເມືອງ-ແນວຄິດໃຫ້ພໍ່ແມ່ປະຊາຊົນ ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງຂອງພັກ-ລັດ, ເອົາໃຈໃສ່ຕໍ່ວຽກງານປັບປຸງລະບົບກົງຈັກການຈັດຕັ້ງຂັ້ນບ້ານໃຫ້ເຂັ້ມແຂງ, ຕິດຕາມເກັບກຳສຳມະໂນຄົວໃຫ້ລະອຽດ.