ໃນອາທິດແລ້ວນີ້, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ( ກົມ 509 ) ກະຊວງ ປກສ ໄດ້ຈັດກອງປະຊຸມຄົ້ນຄວ້າປຶກສາຫາລື ເພື່ອປັບປຸງວຽກງານວິຊາສະເພາະໃຫ້ມີຄວາມຮັດກຸມ ແລະ ວ່ອງໄວຂຶ້ນກວ່າເກົ່າ. ເປັນປະທານກອງປະຊຸມໂດຍ ພົຈວ ຄຳສາຍ ຈັນທະວົງ ຫົວໜ້າກົມ 509 ໂດຍມີຄະນະກົມ, ຮອງກົມ, ຄະນະພະແນກ, ຮອງພະແນກວິຊາສະເພາະເຂົ້າຮ່ວມ.

ກອງປະຊຸມໄດ້ຄົ້ນຄວ້າປຶກສາຫາລືກ່ຽວກັບ ວຽກງານອອກບັດປະຈຳຕົວ, ສຳມະໂນຄົວລາວ-ຕ່າງດ້າວ ແລະ ວຽກງານ ປກສ ບໍລິການປະຊາຊົນ ເພື່ອເຮັດໃຫ້ການປະຕິບັດວຽກໃນແຕ່ລະພະແນການ ແລະ ແຕ່ລະຂັ້ນຕອນໃຫ້ມີຄວາມຊັດເຈນ, ຮັດກຸມ, ເວລາການສັ້ນລົງ ແລະ ບໍ່ໃຫ້ມີຫາງສຽງຈາກປະຊາຊົນ.

ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພະແນກວິຊາສະເພາະ ຕົກລົງເປັນເອກະພາບ, ໃນການຕັດຂັ້ນຕອນໃນການປະກອບຂໍ້ມູນທີ່ບໍ່ຈຳເປັນອອກ ເພາະຈະໄດ້ນຳໃຊ້ເຄື່ອງເຕັກໂນໂລຊີທີ່ທັນສະໄໝ ເປັນຕົ້ນແມ່ນຄອມພິວເຕີ, ອິນເຕີເນັດຄວາມໄວສູງ ເຂົ້າໃນການອອກບັດປະຈຳຕົວ ແລະ ສຳມະໂນຄົວ ເພື່ອແນໃສ່ໃຫ້ມີຄວາມວ່ອງໄວ, ທັນສະໄໝ ແລະ ຮັດກຸມຕື່ມ.