ສື່ທາງການຈີນ ລາຍງານໃນວັນທີ 18 ກໍລະກົດ ທີ່ຜ່ານມາວ່າ: ສຳນັກງານການບິນພົນລະເຮືອນຈີນ ຈະລົງໂທດແອໄຊນາ ສາຍການບິນແຫ່ງຊາດ ກໍລະນີນັກບິນຜູ້ຊ່ວຍສູບຢາສູບໄຟຟ້າ ຂະນະປະຕິບັດໜ້າທີ່ໃນຫ້ອງນັກບິນ ຈົນເປັນເຫດໃຫ້ເຮືອບິນຫຼຸດລະດັບລົງຢ່າງສຸກເສີນ ໃນອາທິດຜ່ານມາ.

ບັນຊີວີແຊັດຂອງສະຖານີໂທລະພາບ CCTV ລາຍງານວ່າ: ສຳນັກງານການບິນພົນລະເຮືອນ ຈະຫຼຸດຊົ່ວໂມງການບິນຂອງເຮືອບິນ ໂບອິງ 737 ຂອງແອໄຊນາ ລົງ 10%, ຍົກເລີກໃບອະນຸຍາດຂອງນັກບິນທີ 1 ແລະ ນັກບິນທີ 2 ຜູ້ປະຕິບັດໜ້າທີ່ເທິງຖ້ຽວບິນຈາກ ຮົງກົງ ໄປ ເມືອງຕ້າຫຼຽນ ໃນວັນທີ 10 ກໍລະກົດ ທີ່ຜ່ານມາ ທີ່ເກີດເຫດເຮືອບິນຫຼຸດລະດັບສຸກເສີນ ແລະ ຕ້ອງປ່ອຍໜ້າກາກອົກຊີແຊນໃນຫ້ອງໂດຍສານ ເພາະນັກບິນຜູ້ຊ່ວຍສູບຢາສູບໄຟຟ້າ ລະຫວ່າງປະຕິບັດໜ້າທີ່ ກ່ອນທີ່ເຮືອບິນຈະບິນຂຶ້ນສູ່ລະດັບປົກກະຕິ ແລະ ເຖິງຈຸດໝາຍຢ່າງປອດໄພ.

ນອກຈາກນີ້, ສຳນັກງານການບິນພົນລະເຮືອນ ຈະກວດສອບເລື່ອງຄວາມປອດໄພຂອງແອໄຊນາຢ່າງລະອຽດ ເປັນເວລາ 3 ເດືອນ ແລະ ປັບໄໝເງິນ 50.000 ຢວນ.