ວ່າທີ່ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບເມັກຊິກ ເປີດເຜີຍໃນວັນທີ 18 ກໍລະກົດນີ້ວ່າ: ໄດ້ຮັບມອບໝາຍຈາກ ທ່ານ ອັນເດຣສ ມານູເອວ ໂລເປສ ໂອບຣາດໍ ວ່າທີ່ປະທານາທິບໍດີ ໃຫ້ສຶກສາຄວາມເປັນໄປໄດ້ເລື່ອງ ການເຮັດໃຫ້ຢາເສບຕິດຖືກກົດໝາຍ ເພື່ອຫວັງຢັບຢັ້ງການກໍ່ອາດຊະຍາກຳ.

ທ່ານ ນາງ ໂອນກາ ຊັນເຊດ ກໍເດໂຣ ອະດີດຜູ້ພິພາກສາສານອາຍາ ອາຍຸ 71 ປີ ໄດ້ຮັບສຽງຕົບມືລະຫວ່າງສະແດງຄວາມເຫັນໃນການສຳມະນາ ທີ່ ມະຫາວິທະຍາໄລແຫ່ງໜຶ່ງ ເລື່ອງ “ການແກ້ໄຂບັນຫາແກ້ງຢາເສບຕິດກໍ່ອາດຊະຍາກຳຮ້າຍແຮງ” ວ່າ: ໄດ້ຫາລືກັບ ວ່າທີ່ປະທານາທິບໍດີ ເລື່ອງເຮັດໃຫ້ຢາເສບຕິດເປັນສິ່ງຖືກກົດໝາຍ ແລະ ເຫັນວ່າສິ່ງໃດກໍຕາມທີ່ຈະຊ່ວຍຟື້ນຟູຄວາມສະຫງົບໃນປະເທດ ກໍຄວນໃຫ້ມີການຖົກຖຽງກັນຢ່າງເປີດກວ້າງ.

ວ່າທີ່ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບເມັກຊິກ ເປີດເຜີຍວ່າ: ຈະສະເໜີຮ່າງກົດໝາຍເລື່ອງ ລະບົບຍຸດຕິທຳໃນໄລຍະປ່ຽນຜ່ານ ປະກອບດ້ວຍການຫຼຸດໂທດໃຫ້ອາດຊະຍາກອນທີ່ຊ່ວຍໄຂຄະດີທີ່ຈະປິດບໍ່ໄດ້ ເຊັ່ນ ຄະດີຄົນຫາຍສາບສູນຫຼາຍໝື່ນຄົນ, ການຕັ້ງຄະນະກຳມະການຄົ້ນຫາຄວາມຈິງ ແລະ ຄະນະກຳມະການສອບສວນພິເສດ ແລະ ໂຄງການສົ່ງກັບຜູ້ເຄາະຮ້າຍອາດຊະຍາກຳ. ລະບົບນີ້ມີຄວາມເປັນໄປໄດ້ ແລະ ເປັນເລື່ອງຮີບດ່ວນ ເພາະບໍ່ພຽງແຕ່ເປັນປະໂຫຍດຕໍ່ຜູ້ເຄາະຮ້າຍອາດຊະຍາກຳເທົ່ານັ້ນ ແຕ່ຍັງເປັນປະໂຫຍດຕໍ່ສັງຄົມເມັກຊິກ ທັງໝົດ.

ທັ້ງນີ້, ນັບຕັ້ງແຕ່ ເມັກຊິກ ໃຫ້ກອງທັບເຂົ້າມາເຮັດສົງຄາມປາບປາມຢາເສບຕິດ ໃນປີ 2006 ກໍໄດ້ເກີດເຫດຮຸນແຮງຂຶ້ນຢ່າງຕໍ່ເນື່ອງ ເຊິ່ງມີຜູ້ຖືກສັງຫາຍລວມແລ້ວບໍ່ຕ່ຳກວ່າ 2 ແສນຄົນ.