ສະພາບໍລິຫານປະກັນສັງຄົມ ກະຊວງ ປກສ ຈະສຸມໃສ່ປັບປຸງ ແລະ ພັດທະນາວຽກງານປະກັນສັງຄົມໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວ ສາມາດຮັບປະກັນການອຸດໜູນຕ່າງໆໃຫ້ວ່ອງໄວ.

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ ປະຈຳໄຕມາດ II (ເດືອນ 4-6) ແລະ ທິດທາງແຜນການປະຈຳໄຕມາດ III (ເດືອນ 7-9) ປີ 2018 ຂອງສະພາບໍລິຫານປະກັນສັງຄົມ ປກສ, ໃນວັນທີ 18 ກໍລະກົດ 2018 ເປັນປະທານໂດຍພັອ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປະທານສະພາບໍລິຫານປະກັນສັງຄົມ ກະຊວງ ປກສ ໃຫ້ຮູ້ວ່າ: ໃນຕໍ່ໜ້າ, ສະພາບໍລິຫານປະກັນສັງຄົມ ປກສ ຈະສຸມໃສ່ປັບປຸງ ແລະ ພັດທະນາວຽກງານປະກັນສັງຄົມໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວ; ສາມາດຮັບປະກັນໄດ້ຕໍ່ການອຸດໜູນຕ່າງໆ ແລະ ເອົາໃຈໃສ່ປະຕິບັດນະໂຍບາຍເງິນອຸດໜູນຕ່າງໆຕໍ່ນາຍ ແລະ ພົນຕຳຫຼວດໃຫ້ຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍຂອງປະກັນສັງຄົົມ, ຮັບປະກັນໃຫ້ບັນລຸໄດ້ຕາມຄາດໝາຍຂອງວຽກງານປະກັນສັງຄົມ ປກສ ທີ່ວາງອອກເປັນແຕ່ລະໄລຍະ ແລະ ເອົາໃຈໃສ່ໃຫ້ນາຍ ແລະ ພົນຕຳຫຼວດໃນຂອບເຂດທົ່ວປະເທດໃຫ້ໄດ້ນຳໃຊ້ບັດປະກັນສັງຄົມ; ສືບຕໍ່ເຜີຍແຜ່ກົດໝາຍວ່າດ້ວຍປະກັນສັງຄົມ ສະບັບເລກທີ 34/ສພຊ ລົງວັນທີ 26 ກໍລະກົດ 2013 ແລະ ຄຳແນະນຳຂອງທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 573/ປກສ ລົງວັນທີ 7 ເມສາ 2016 ທາງວິທະຍຸ, ໂທລະພາບ ເພື່ອໃຫ້ນາຍ ແລະ ພົນຕຳຫຼວດ, ສະມາຊິກຄອບຄົວໃຫ້ເຂົ້າໃຈແຈ້ງຕໍ່ການປະຕິບັດນະໂຍບາຍລະບອບເງິນອຸດໝູນຕ່າງໆຕາມກົດໝາຍປະກັນສັງຄົມ, ເອົາໃຈໃສ່ຄຸ້ມຄອງກອງທຶນຈັດເກັບລາຍຮັບຕາມແຜ່ນງົບປະມານຂອງກົມການເງິນ ປກສ ມອບໃຫ້ປະຕິບັດລາຍຈ່າຍໃຫ້ຖືກຕ້ອງຕາມລະບຽບຫຼັກການຈ່າຍຕາມເປົ້າໝາຍການອຸດໜູນຕ່າງໆຂອງກອງທຶນປະກັນສັງຄົມ ປກສ ໄດ້ກຳນົດໄວ້, ສືບຕໍ່ຈ່າຍເງິນອຸດໜູນຕ່າງໆຕາມການສະເໜີຂອງກົມກອງອ້ອມຂ້າງກະຊວງ ແລະ ທ້ອງຖິ່ນໃຫ້ທວງທັນຕາມກຳນົດເວລາ ພ້ອມທັງສືບຕໍ່ພິມບັດປະກັນສຸຂະພາບໃຫ້ນາຍ ແລະ ພົນຕຳຫຼວດຢູ່ບັນດາກົມກອງອ້ອມຂ້າງກະຊວງທີ່ຍັງຕົກຄ້າງ ແລະ ປກສ ແຂວງ ທີ່ມີຂໍ້ມູນຄົບແລ້ວ.

ໃນໄຕມາດຜ່ານມາ, ສະພາບໍລິຫານປະກັນສັງຄົມ ໄດ້ຊີ້ນຳ-ນຳພາວຽກງານປະກັນສັງຄົມ ປກສ ທົ່ວປະເທດ ໃນການຈັດຕັ້ງປະຕິບັດວຽກງານນະໂຍບາຍ ລະບອບເງິນອຸດໝູນຕ່າງໆໃຫ້ນາຍ ແລະ ພົນຕຳຫຼວດ, ລູກ, ເມຍ ແລະ ແກ້ໄຂເງິນອຸດໜູນຕ່າງໆຕາມແຜນງົບປະມານຂອງກົມກອງອ້ອມຂ້າງກະຊວງ ແລະ ທ້ອງຖິ່ນທົ່ວປະເທດໃຫ້ທ່ວງທັນເວລາ.