ໃນວັນທີ 18 ກໍລະກົດ 2018, ກອງບັນຊາການ ປກສ ແຂວງເຊກອງ ໄດ້ຈັດກອງປະຊຸມເປີດຊອງປະມູນໂຄງການກໍ່ສ້າງກໍາແພງ, ກັນເຈື່ອນ, ທາງເບຕົງ, ແລະ ຮ່ອງລະບາຍນໍ້າຂອງກອງບັນຊາການ ປກສ ເມືອງລະມາມ ແຂວງເຊກອງ ເພື່ອໃຫ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວຖືກຕ້ອງຕາມລະບຽບຫຼັກການ. ໂດຍມີ ພົຈວ ດວງປີ ດາມະນີວົງ ຫົວໜ້າກົມກວດກາ-ກວດການ ກະຊວງ ປກສ, ມີຄະນະກໍາມະການຈາກກົມໃຫຍ່ພະລາທິການ, ກອງບັນຊາການ ປກສ ແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ພະແນກການເງິນແຂວງ, ພະແນກແຜນການ-ການລົງທຶນແຂວງ, ບໍລິສັດເຂົ້າຮ່ວມຢ່າງພ້ອມພຽງ.

ບໍລິສັດທີ່ເຂົ້າເປີດຊອງປະມູນຄັ້ງນີ້ມີ 4 ບໍລິສັດ ຄື: ບໍລິສັດ ສອນ ກໍ່ສ້າງ ແລະ ສ້ອມແປງເຄຫາສະຖານ ຈໍາກັດຜູ້ດຽວ, ບໍລິສັດ ອະນຸລັກ ກໍ່ສ້າງ ແລະ ສ້ອມແປງເຄຫາສະຖານ ຈໍາກັດ, ບໍລິສັດວຽງອໍາພອນ ກໍ່ສ້າງ ແລະ ສ້ອງແປງເຄຫາສະຖານ ຈໍາກັດ, ບໍລິສັດ ສິດທິໄຊຈະເລີນຊັບ ກໍ່ສ້າງ ແລະ ສ້ອມແປງເຄຫາສະຖານ ຈໍາກັດ.

ອີງຕາມເງື່ອນໄຂການປະມູນ ແລະ ລາຄາທີ່ບັນດາບໍລິສັດສະເໜີມາ, ບໍລິສັດ ສອນ ກໍ່ສ້າງ ແລະ ສ້ອມແປງເຄຫາສະຖານ ຈໍາກັດຜູ້ດຽວ ເປັນຜູ້ສະເໜີລາຄາໃນການຮັບເໝົາກໍ່ສ້າງໂຄງການດັ່ງກ່າວຕໍ່າກວ່າໝູ່ ໃນມູນຄ່າ: 7.432.141.931 ກີບ ທຽບໃສ່ແຜນຕົວເລກລວມທີ່ໄດ້ຮັບການອະນຸມັດ (7.256.000.000 ກີບ) ແມ່ນເກີນ 176.203.156 ກີບ, ເທົ່າກັບ 2,43%. ດັ່ງນັ້ນ, ຄະນະກໍາມະການຈັດການປະມູນ ຈຶ່ງໄດ້ເຈລະຈາຕໍ່ລອງລາຄາກັບບໍລິສັດດັ່ງກ່າວ ໂດຍສາມາດຕໍ່ລອງໄດ້ໃນມູນຄ່າກໍ່ສ້າງທັງໝົດ: 7.255.000.000 ກີບ, ທຽບໃສ່ແຜນຕົວເລກລວມທີ່ໄດ້ຮັບການອະນຸມັດເຫັນວ່າບໍ່ເກີນແຜນທີ່ໄດ້ຮັບອະນຸມັດ.

ດ້ວຍເຫດນີ້, ຄະນະກໍາມະການປະມູນ ຈຶ່ງສະເໜີໃຫ້ຂັ້ນເທິງຄົ້ນຄວ້າຮັບຮອງເອົາ ບໍລິສັດ ສອນ ກໍ່ສ້າງ-ສ້ອມແປງເຄຫາສະຖານ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາໂຄງການກໍ່ສ້າງດັ່ງກ່າວ.