ກະຊວງ ປກສ ຮ່ວມກັບ ບໍລິສັດ ການຄ້າ ຖັງຜູເອີ ໄດ້ຈັດພິທີວາງສີລາລຶກໂຄງການສ້າງຕັ້ງໂຮງງານຜະລິດເຄື່ອງໜັງໂພນໂຮງຊ້າງຄໍາ ທີ່ເມືອງໂພນໂຮງ ແຂວງວຽງຈັນ ໃນວັນທີ 19 ກໍລະກົດ 2018, ໂດຍການເຂົ້າຮ່ວມຂອງ ພົຕ ສົມແກ້ວ ສີລາວົງ ລັດຖະມົົນຕີກະຊວງ ປກສ, ທ່ານ ຫວັງ ຈິງຊົງ ປະທານບໍລິສັດ ການຄ້າ ຖັງຜູເອີ, ມີຄະນະພັກ-ຄະນະນໍາກົມກອງອ້ອມຂ້າງກະຊວງ ປກສ, ຫົວໜ້າຫ້ອງວ່າການປົກຄອງແຂວງ, ປະທານກຸ່ມບໍລິສັດ, ແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພົຈວ ຄໍາໄຕ ຄໍາແພງເພັດ ຫົວໜ້າກົມໃຫຍ່ພະລາທິການ ກະຊວງ ປກສ ກ່າວວ່າ: ໂຄງການດັ່ງກ່າວເປັນໂຄງການຮ່ວມມືລະຫວ່າງ ກະຊວງ ປກສ ກັບບໍລິສັດ ການຄ້າ ຖັງຜູເອີ. ເບື້ອງຕົ້ນ, ບໍລິສັດໄດ້ສະເໜີເຈດຈໍານົງມາຍັງ ກະຊວງ ປກສ ເພື່ອຮ່ວມດໍາເນີນທຸລະກິດໂຄງການສ້າງຕັ້ງໂຮງງງານຜະລິດເກີບ-ສາຍແອວ ແລະ ເຄື່ອງໜັງອື່ນໆ ໂດຍມີມູນຄ່າການລົງທຶນ 15 ລ້ານໂດລາສະຫະລັດ ໂດຍບໍລິສັດເປັນຜູ້ລົງທຶນ 100%, ຂະນະທີ່ ກະຊວງ ປກສ ປະກອບດິນເປັນທຶນໃນເນື້ອທີ່ 10 ເຮັກຕາ, ກະຊວງ ປກສ ຖືຮຸ້ນ 20% ແລະ ບໍລິສັດຖືຮຸ້ນ 80%, ມີອາຍຸການຮ່ວມດໍາເນີນທຸລະກິດ 50 ປີ.

ຈາກນັ້ນ, ກະຊວງ ປກສ ໄດ້ສຶກສາຄົ້ນຄວ້າຄວາມເປັນໄປໄດ້ ແລະ ລາຍງານຂັ້ນເທິງ, ໂດຍໄດ້ຮັບການເຫັນດີ ແລະ ຄະນະຮັບຜິດຊອບໄດ້ສຶກສາຄົ້ນຄວ້າລົງເລິກເກັບກໍາຂໍ້ມູນ ເພື່ອສຶກສາຄວາມເປັນໄປໄດ້ຢູ່ພາຍໃນ ແລະ ຕ່າງປະເທດ, ເຫັນວ່າໂຄງການມີຄວາມເປັນໄປໄດ້ ຈຶ່ງໄດ້ເຊັນສັນຍາຢ່າງເປັນທາງການໃນວັນທີ 31 ພຶດສະພາ 2017. ທັງສອງພາຍເຫັນດີເປັນເອກະພາບກັນສ້າງຕັ້ງ ບໍລິສັດຮ່ວມທຸລະກິດໃສ່ຊື່ວ່າ “ໂຮງງານຜະລິດເຄື່ອງໜັງໂພນໂຮງຊ້າງຄໍາ”; ປັດຈຸບັນ, ໄດ້ສໍາເລັດການອອກໃບທະບຽນວິສາຫະກິດເປັນທີ່ຮຽບຮ້ອຍແລ້ວ ແລະ ທິດທາງແຜນການໃນຕໍ່ໜ້າ ຈະສືບຕໍ່ຂໍອະນຸຍາດປຸກສ້າງ ແລະ ປະເມີນສິ່ງແວດລ້ອມຈາກພະແນກການຂອງແຂວງວຽງຈັນ. ພາຍຫຼັງສໍາເລັດດ້ານເອກະສານໃນການຂໍອະນຸຍາດແລ້ວ ຈຶ່ງຈະລົງມືກໍ່ສ້າງຕາມແຜນການໃນກໍານົດເວລາ 2 ປີ.

ພາຍຫຼັງໂຄງການສໍາເລັດຜະລິດຕະພັນເຄື່ອງໜັງຕ່າງໆ ຈະໄດ້ຮັບໃຊ້ວຽກງານ ປກສ ແລະ ສັງຄົມທົ່ວໄປ ທັງພາຍໃນ ແລະ ຕ່າງປະເທດ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດທາງດ້ານເສດຖະກິດຮ່ວມກັນ ເຊິ່ງຖືກກັບທິດຊີ້ນໍາຂອງຂັ້ນເທິງໃນການສ້າງພະລາທິການກັບທີ່ ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ ແລະ ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມເຕີບໃຫຍ່ເຂັ້ມແຂງ ແລະ ເປັນການສົ່ງເສີມການລົງທືນທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະເພື່ອເຮັດໃຫ້ກໍາລັງປ້ອງກັນຄວາມສະຫງົບ ມີການຂະຫຍາຍຕົວທາງດ້ານວຽກງານການຜະລິດ-ທຸດລະກິດຂຶ້ນອີກບາດກ້າວໜຶ່ງ.