ກອງບັນຊາການ ປກສ ແຂວງເຊກອງ ໄດ້ຈັດພິທີປະກາດໃຫ້ນາຍຕໍາຫຼວດ ພັກຜ່ອນຮັບເບ້ຍບໍານານ, ເປັນປະ ທານໂດຍ ພັທ ສົມສັກ ຂັດຕິຍະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງເຊກອງ, ມີຄະນະພັກ-ຄະນະບັນຊາ, ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ໃນພິທີ, ພັທ ອາພົບ ຖິ່ນອົງແກ້ວ ຫົວໜ້າຫ້ອງການເມືອງ ປກສ ແຂວງເຊກອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການອະນຸຍາດໃຫ້ພະນັກງານ ພັກຜ່ອນຮັບເບ້ຍບຳນານ ໂດຍສະເພາະ ແມ່ນຜູ້ທີ່ມີເງື່ອນໄຂເຖິງອາຍຸກະສຽນໃນການປະຕິບັດໜ້າທີ່ວຽກງານ ຕາມລະບຽບກົດໝາຍຂອງກໍາລັງປ້ອງກັນ ຄວາມສະຫງົບວາງອອກ; ເຊິ່ງໄດ້ກໍານົດເພດຊາຍອາຍຸ 60 ປີຂຶ້ນໄປ, ເພດຍິງອາຍຸ 50 ປີຂຶ້ນໄປ ໃຫ້ອອກພັກ ຜ່ອນຮັບເບ້ຍບໍານານ; ໃນນັ້ນ, ກອງບັນຊາການ ປກສ ເມືອງທ່າແຕງ ມີ: ຮທ ສົມພອນ ສອນວັນນະໄຊ ຫ້ອງຄຸ້ມຄອງພົນລະເມືອງ ແລະ ກໍ່ສ້າງຮາກຖານ ແລະ ພັທ ທອງເຄີ ແກ້ວອຸ່ນເຮືອນ, ປກສ ເມືອງດາກຈຶງ ມີ: ພັຕ ຜຳແມະ ວິໄລວົງ ແລະ ພັຕ ວີຄຳ ຈັນທະມວຍ, ຫ້ອງສັນຕິບານ ມີ ພັຕ ວີຖາ ຖິ່ນໂລຍເໜືອ, ຫ້ອງການເມືອງ ມີ ພັທ ບຸນຍັນ ບ້ານນໍ້າຢ່າງ, ຫ້ອງຄຸ້ມຂັງ-ດັດສ້າງມີ ພັຕ ທອງສິງ ບົວລະຍີ ແລະ ພັທ ທອນສອນ ດຳດວງສີ, ຫ້ອງຕຳຫຼວດ ມີ ທ່ານ ພັທ ພູໂຂງຄູນ ປັນຍາ.

ພັທ ສົມສັກ ຂັດຕິຍະ ໄດ້ຕາງໜ້າມອບເງິນບຳນານໃຫ້ແຕ່ລະສະຫາຍທີ່ໄດ້ພັກຜ່ອນຮັບເບ້ຍບໍານານຄັ້ງນີ້, ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນໃນຫຼາຍດ້ານ ແລະ ຂໍອວຍໄຊໃຫ້ສືບຕໍ່ສ້າງເສດຖະກິດຄອບຄົວໃຫ້ມີຄວາມເຂັ້ມແຂງ, ເອົາໃຈໃສ່ຮັກສາສຸຂະພາບ ແລະ ປະກອບສ່ວນເຂົ້າໃນວຽກງານຂອງອົງການຈັດຕັ້ງ ໂດຍສະເພາະແມ່ນວຽກງານປ້ອງກັນຄວາມສະຫງົບຢູ່ຂັ້ນບ້ານ.