ຫ້ອງວ່າການປົກຄອງ ແຂວງເຊກອງ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ ( 20 ກໍລະກົດ 1955-20 ກໍລະກົດ 2018 ) ຂຶ້ນໃນອາທິດຜ່ານມາ, ໂດຍການເຂົ້າຮ່ວມ ທ່ານ ນາງ ບຸນຮຽງ ບຸນຈິດ ຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງແຂວງເຊກອງ, ມີ ພັທ ນາງ ຈັນສະໝອນ ອ່ອນມະນີວົງ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ປະທານສະຫະພັນແມ່ຍິງ ກອງບັນຊາການທະຫານ ແຂວງເຊກອງ ພ້ອມດ້ວຍ ພັຕ ນາງ ວັນດີ ຈະເລີນສຸກ ປະທານສະຫະພັນແມ່ຍິງກອງບັນຊາການ ປກສ ແຂວງເຊກອງ ແລະ ພະນັກງານອາວຸໂສ-ບໍານານ, ສະມາຊິກສະຫະພັນແມ່ຍິງ ອ້ອມຂ້າງແຂວງເຂົ້າຮ່ວມ.

ພັທ ນາງ ຈັນສະໝອນ ອ່ອນມະນີວົງ ຄະນະບໍລິຫານງານ ສະຫະພັນແມ່ຍິງແຂວງເຊກອງ ກ່າວວ່າ: ວັນສ້າງຕັ້ງສະຫະພັນແມ່ຍິງລາວ ແມ່ນການກໍາເນີດເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ກໍຄືແມ່ຍິງລາວບັນດາເຜົ່າທີ່ໄດ້ອຸທິດຕົນ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໃນວັນທີ 20 ກໍລະກົດຂອງທຸກໆປີ, ສະຫະພັນແມ່ຍິງແຕ່ລະຂັ້ນ ສະມາຊິກສະຫະພັນແມ່ຍິງລາວໃນທົ່ວປະເທດ ໄດ້ພ້ອມໃຈກັນເຂົ້າຮ່ວມສະເຫຼີມສະຫຼອງວັນສ້າງຕັ້ງອົງການ ຈັດຕັ້ງສະຫະພັນແມ່ຍິງລາວຢ່າງເປັນຂະບວນການພົດຟື້ນ. ອົງການຈັດຕັ້ງສະຫະພັນແມ່ຍິງລາວ ແມ່ນອົງການຈັດຕັ້ງມະຫາຊົນໜຶ່ງໃນລະບົບການເມືອງຂອງລະບອບປະຊາທິປະໄຕ ປະຊາຊົນ ໂດຍການເຮັດໜ້າທີ່ໃນການເປັນຕົວແທນແຫ່ງການປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກນ້ອຍ ພ້ອມທັງເຕົ້າໂຮມຄວາມສາມັກຄີແມ່ຍິງລາວບັນດາເຜົ່າ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມ, ກໍຄືການພັດທະນາແມ່ຍິງ ເພື່ອປົກປັກຮັກສາມູນເຊື້ອອັນດີງາມຂອງແມ່ຍິງລາວ ພ້ອມທັງຊຸກຍູ້ສົ່ງເສີມການປະຕິບັດສິດສະເໝີພາບ, ບົດບາດລະຫວ່າງ ຍິງ-ຊາຍ.

ສໍາລັບການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນແມ່ຍິງ ແຂວງເຊກອງ ໃນໄລຍະຜ່ານມາ ກໍໄດ້ສຸມທຸກສະຕິປັນຍາເລືອດເນື້ອເຫື່ອແຮງຂອງຕົນປະກອບສ່ວນຕໍ່ສູ້ຕ້ານກັບຈັກກະພັດຝຣັ່ງ ແລະ ອາເມລິກາ ຢ່າງພິລະອາດຫານຄຽງບ່າຄຽງໄລ່ກັບເພດຊາຍ, ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ຍັງໄດ້ເພີ່ມທະວີທາງດ້ານວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກສະຫະພັນແມ່ຍິງແຕ່ລະຂັ້ນທີ່ຕົນຮັບຜິດຊອບ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ການພັດທະນາແມ່ຍິງ ພ້ອມທັງປະກອບສ່ວນສຸມທຸກສະຕິປັນຍາເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ ພ້ອມທັງເພີ່ມທະວີຄວາມຮັບຜິດຊອບ ຈັດຕັ້ງປະຕິບັດຕາມຄໍາຂັວນ ແລະ ຂໍ້ແຂງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ໂດຍຕິດພັນກັບການຫັນລົງກໍ່ສ້າງຮາກຖານການເມືອງ ດ້ວຍຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແນໃສ່ການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ໃຫ້ເປັນຂະບວນການຢ່າງກວ້າງຂວາງ.