ໃນວັນທີ 22 ກໍລະກົດ 2018, ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງ ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາພື້ນທີ່ໄດ້ຮັບຜົນເສຍຫາຍຈາກໄພທໍາມະຊາດຈາກຝົນຕົກໜັກ ເຮັດໃຫ້ນໍ້າຖ້ວມບາງບ້ານທີ່ຂຶ້ນກັບເມືອງແປກ ລວມມີ: ເຂດລາດບວກ, ບ້ານລາດງ່ອນ, ບ້ານນາຄູນ, ບ້ານຢວນ, ບ້ານແລ້ງ.

ຜ່ານການລົງກວດກາຜົນເສຍຫາຍ ເຫັນວ່າ: ເຂດດັ່ງກ່າວໄດ້ຮັບຜົນເສຍຫາຍຫຼາຍສົມຄວນ ເປັນຕົ້ນແມ່ນເສັ້ນທາງເປ່ເພບາງຈຸດ, ເສັ້ນທາງຂາດບໍ່ສາມາດສັນຈອນໄດ້, ດິນເຈື່ອນ, ຮ່ອງຊົນລະປະທານເໝືອງຝາຍເປ່ເພ, ຂົວຖືກນ້ຳສຸໄຫຼ, ນ້ຳຖ້ວມນາ, ໜອງປາ, ດິນສວນ, ເຮືອນປະຊາຊົນນໍ້າຖ້ວມ ເຮັດໃຫ້ມີຜົນເສຍຫາຍຕໍ່ຊັບສິນ.

ໃນການລົງຕິດຕາມ-ກວດກາ ທ່ານເຈົ້າແຂວງ ໄດ້ກ່າວວ່າ: ພາຍຫຼັງນ້ຳລົງແລ້ວໃຫ້ຂຸ້ນຂ້ຽວເຮັດອະນາໄມ, ເກັບມ້ຽນງ່າໄມ້, ຫີນອອກຈາກທົ່ງນາ, ສ້ອມແປງຝາຍທີ່ເປ່ເພ ເພື່ອລຳລຽງນ້ຳເຂົ້າໃສ່ນາ ບ່ອນໃດທີ່ເສຍຫາຍຫຼາຍໃຫ້ປູກພືດອື່ນທົດແທນ. ສ່ວນການປະເມີນຜົນເສຍຫາຍໃນຄັ້ງນີ້, ຍັງບໍ່ສາມາດປະເມີນໄດ້ ເນື່ອງຈາກຍັງມີຫຼາຍພື້ນທີ່ບໍ່ສາມາດເຂົ້າຫາ ເພື່ອປະເມີນຜົນເສຍຫາຍໄດ້.