ຄະນະພັກຮາກຖານ ກອງບັນຊາການ ປກສ ແຂວງໄຊສົມບູນ ຈັດກອງປະຊຸມສະຫຼຸບວຽກງານພັກ-ວຽກງານການເມືອງ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2018, ເປັນປະທານໂດຍ ພັອ ພິມພາ ທິຖາວອນ ຄະນະປະຈຳພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ, ມີຮອງເລຂາຄະນະພັກຮາກຖານ, ຄະນະພັກກອງບັນຊາການ, ເລຂາ-ຮອງເລຂາໜ່ວຍພັກຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ, ສະມາຊິກພັກ ເຂົ້າຮ່ວມ.

ພັທ ບົວພັນ ອິນທະປັນຍາ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ ກ່າວວ່າ: ໃນໄລຍະ 6 ເດືອນຜ່ານມາ, ຄະນະພັກຮາກຖານ ກອງບັນຊາການ ປກສ ແຂວງໄຊສົມບູນ ໄດ້ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ມະຕິຄຳສັ່ງຂອງຂັ້ນເທິງແຕ່ລະໄລຍະ ທັງເປັນເຈົ້າການຈັດຕັ້ງປະຕິບັດ 3 ທິດນຳ ແລະ 5 ຫຼັກການນຳພາຂອງພັກທີ່ວາງອອກ, ເອົາໃຈໃສ່ຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍຫັນເອົາພະນັກງານລົງກໍ່ສ້າງຮາກຖານ-ການເມືອງ ແລະ ສຶກສາອົບຮົມນຳພາການເມືອງ-ແນວຄິດ ເປັນວຽກແຖວໜ້າ ແລະ ຕໍ່ເນື່ອງ. ໃນນີ້, ໄດ້ສຶກສາອົບຮົມດ້ວຍຫຼາຍຮູບການເຊັ່ນ: ຈັດຕັ້ງ, ຄົ້ນຄວ້າ, ເຊື່ອມຊຶມແນວທາງນະໂຍບາຍ, ທາດແທ້ມູນເຊື້ອຂອງຊາດ, ຂອງພັກ ແລະ ການເຄື່ອນໄຫວຂອງທ່ານຜູ້ນຳໃນແຕ່ລະໄລຍະ.

ໃນໄລຍະດັ່ງກ່າວນີ້ ໄດ້ຄົ້ນຄວ້າເລື່ອນສຳຮອງຂຶ້ນສົມບູນ 1 ຄັ້ງ, ມີ 5 ສະຫາຍ ຍິງ 2 ສະຫາຍ, ຮັບມະຫາຊົນກ້າວໜ້າຂຶ້ນສຳຮອງໄດ້ 2 ຄັ້ງ, ມີ 9 ສະຫາຍ ຍິງ 2 ສະຫາຍ ແລະ ໄດ້ສົ່ງພະນັກງານໄປຍົກລະດັບວິຊາສະເພາະປ້ອງກັນຄວາມສະຫງົບຢູ່ພາຍໃນ ແລະ ຕ່າງປະເທດ 40 ສະຫາຍ; ນອກນັ້ນ, ຍັງໄດ້ເອົາໃຈໃສ່ປະຕິບັດນະໂຍບາຍຕໍ່ພະນັກງານ-ສະມາຊິກພັກເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດໃນໄລຍະຜ່ານມາ ຈຳນວນ 125 ສະຫາຍ ຍິງ 25 ສະຫາຍ, ອະນຸມັດສ້າງຄອບຄົວ 17 ສະຫາຍ, ສະເໜີຍ້ອງຍໍ 4 ສະຫາຍ, ນຳພາວຽກງານຫ້ອງການໄດ້ສ້າງບົດສະຫຼຸບປະຈຳອາທິດ, ປະຈຳເດືອນ, 3 ເດືອນ, 6 ເດືອນ ໄດ້ 361 ສະບັບ, ໃບສະເໜີຕ່າງໆໄດ້ 239 ສະບັບ, ສ່ວນວຽກງານວິຊາສະເພາະ ສາມາດແກ້ໄຂປະກົດການຫຍໍ້ທໍ້ໄດ້ທັງໝົົດ 12 ເລື່ອງ, ສົ່ງໄອຍະການ 2 ເລື່ອງ. ໃນນັ້ນ, ມີຄະດີສໍ້ໂກງ 2 ເລື່ອງ, ຄະດີຢາເສບຕິດ 3 ເລື່ອງ, ອຸບັດຕິເຫດ 3 ເລື່ອງ. ນອກຈາກນີ້, ໄດ້ອອກບັດປະຈຳຕົວຊົ່ວຄາວ 299 ໃບ, ຮັບເອົາພົນລະເມືອງທີ່ຍົກຍ້າຍມາຕ່າງແຂວງ 47 ຄອບຄົວ, ຈຳນວນ 324 ຄົນ.

ໃນໂອກາດນີ້, ພັອ ພິມພາ ທິຖາວອນ ໄດ້ໂອ້ລົມຕໍ່ກອງປະຊຸມ ໂດຍຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງທີ່ຍາດມາໄດ້ໃນໄລຍະຜ່ານມາ ຕໍ່ກັບຜົນສຳເລັດດັ່ງກ່າວ ຍັງຈະຕ້ອງໄດ້ສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ສະມາຊິກພັກຢ່າງເປັນປະຈຳ, ເອົາໃຈໃສ່ຕໍ່ກັບວຽກງານກໍ່ສ້າງພັກ-ພະນັກງານ, ປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານດີເດັ່ນ, ຝຶກຝົນຫໍ່ຼຫຼອມຄຸນທາດການເມືອງ ໃຫ້ໜັກແໜ້ນ, ປະຕິບັດລະບຽບວິໄນຂອງກຳລັງປ້ອງກັນຄວາມສະຫງົບຢ່າງເຂັ້ມງວດ, ຍົກສູງຄວາມສາມັກຄີເປັນເອກະພາບໃນຄະນະພັກ ໃຫ້ແໜ້ນແຟ້ນຍິ່ງຂຶ້ນກວ່າເກົ່າ.