ເມືອງລອງ ແຂວງຫຼວງນໍ້າທາ ໄດ້ເປີດພິທີປ່ອຍປາໃນອາທິດຜ່ານມາ, ເນື່ອງໃນໂອກາດວັນປ່ອຍປາແຫ່ງຊາດ, ວັນອະນຸລັກຊັບພະຍາກອນທຳມະຊາດ, ປ່າໄມ້, ສັດນໍ້າ-ສັດປ່າ ເຂົ້າຮ່ວມໂດຍ ທ່ານ ນໍລີນ ໄມທອງ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆລອງ, ມີການນຳຂັ້ນແຂວງ, ການນຳຂັ້ນເມືອງ, ຫ້ອງການອ້ອມຂ້າງເມືອງ, ບໍລິສັດ, ຫົວໜ່ວຍທຸລະກິດ, ກອງບັນຊາການ ປກຊ-ປກສ ຕະຫຼອດຮອດພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

ທ່ານ ນໍລີນ ໄມທອງ ກ່າວວ່າ: ພິທີປ່ອຍຄັ້ງນີ້, ມີປາ 22 ພັນໂຕ ມີປານີນ, ປາໄນ, ປາກິນຫຍ້າ ແລະ ປາເຄີງ, ໄດ້ປ່ອຍລົງຫຼາຍຈຸດຄື: ຈຸດທີ 1 ຢູ່ວັງຜາຫີດ ຈຳນວນ 10 ພັນໂຕ, ຈຸດທີ 2 ຢູ່ວັງສະຫງວນ ບ້ານຈ່າແກ້ວ 4 ພັນໂຕ ແລະ ປ່ອຍຕາມວັງສະຫງວນອື່ນໆ ຈຳນວນ 8 ພັນໂຕ.

ຈຸດປະສົງຂອງການປ່ອຍປາຄັ້ງນີ້, ກໍເພື່ອສຸມໃສ່ໃນວຽກງານປົກປັກຮັກສາ ແລະ ພັດທະນາອານຸລັກສັດນໍ້າ-ສັດປ່າ ໃຫ້ມີການຂະຫຍາຍພັນ ແລະ ກໍານົດເຂດອານຸລັກວັງສະຫງວນ ພ້ອມທັງອອກລະບຽບການຄຸ້ມຄອງວາງມາດຕະການຫ້າມລ່າສັດນໍ້າ-ສັດປ່າ ປະເພດຫວງຫ້າມໃນຊວງເວລາຖືພາ-ວ່າງໄຂ່ ເພື່ອສະກັດກັ້ນການຄ້າຂາຍສັດນໍ້າ-ສັດປ່າ ປະເພດຫ່ວງຫ້າມ ພ້ອມທັງກວດກາເຄື່ອງມືຫາປ່າແບບດັບສູນ ແລະ ອາວຸດລ່າເນື້ອແບບຜິດກົດໝາຍ. ເຊິ່ງໄດ້ຮັບການອຸປະຖຳຈາກໂຄງການອານຸລັກຊີວະນາໆພັນ ICBF ຈຳນວນ 11 ລ້ານກວ່າກີບ, ຂະແໜ່ງລ້ຽງສັດ ແລະ ການປະມົງ 1,000,000 ກີບ ທ່ານ ລີອາຊ່າງ ( ເຕົ່າຂ້າສັດ ) 1.000.000 ກີບ, ທ່ານ ກວາງຊຸຍໄລ (ລ້ຽງປາ ບ້ານໜອງຄຳ ) ເງິນສົດ 200,000 ກີບ ແລະ ປາ 200 ໂຕ, ໂຄງການຊູປາ SUPA 1.000.000 ກີບ.

ໂອກາດດັ່ງກ່າວ, ທ່ານ ນໍລີນ ໄມທອງ ໄດ້ກ່າວຊົມເຊີຍຕໍ່ທຸກພາກສ່ວນທີ່ເຂົ້າຮ່ວມ ແລະ ໃຫ້ການຊຸກຍູ້ທັງ ເຫັນໄດ້ເຖິງຄວາມໝາຍຄວາມສຳຄັນຂອງການອະນຸລັກຊີວະນາໆພັນ ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນ ທັງພາກລັດ ແລະ ເອກະຊົນພໍ່ແມ່ປະຊາຊົນທຸກເຜົ່າ ຈົ່ງຊ່ວຍກັນອະນຸລັກປົກປັກຮັກສາແຫຼ່ງນໍ້າທຳມະຊາດສັດນໍ້າ-ສັດປາທີ່ຫວງຫ້າມໃກ້ຈະສູນພັນ ໃຫ້ມີຢູ່ຄູ່ຄົນເຮົາຕະຫຼອດໄປ.