ໃນວັນທີ 26 ກໍລະກົດ 2018, ກອງບັນຊາການ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ພະນັກງານຈໍານວນ 8 ສະຫາຍ ໂດຍການເປັນປະທານ ແລະ ປະດັບຊັ້ນໂດຍ ພັທ ທອງສະຫວັດ ແສນສຸວາດ ຫົວໜ້າກອງບັນຊາການ ປກສ ເມືອງສີສັດຕະນາກ, ມີພະນັກງານ-ນັກຮົບ ແລະ ແຂກຮັບເຊີນເຂົ້າຮ່ວມ.

ພັຕ ບຸນລັ່ນ ສິດທິສັກ ຫົວໜ້າພະແນກການເມືອງໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ສະບັບເລກທີ 1757/ກມປສ, ລົງວັນ ທີ 27 ມິຖຸນາ 2018 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕໍາຫຼວດກອງບັນຊາການ ປກສ ນະຄອນຫຼວງວຽງຈັນ. ໃນນີ້, ກອງບັນຊາການ ປກສ ເມືອງສີສັດຕະນາກ ເລື່ອນຊັ້ນຮ້ອຍຕີຂຶ້ນຮ້ອຍໂທ ຈໍານວນ 4 ສະຫາຍ ແລະ ຂໍ້ຕົກລົງຂອງກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ສະບັບ ເລກທີ 661/ປກສ.ນວ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ສິບໂທ ຂຶ້ນ ສິບເອກ ຈໍານວນ 4 ສະຫາຍ.

ໂອກາດດຽວນີ້, ບັນດາພະນັກງານ-ນັກຮົບ ຍັງໄດ້ຮັບຟັງປາຖະກະຖາເພື່ອຫວນຄືນວັນເກີດຂອງ ປະທານສຸພານຸວົງ ຄົບຮອບ 109 ( 13 ກໍລະກົດ 1909-13 ກໍລະກົດ 2018) ແລະ ເຜີຍແຜ່ກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ເພື່ອເປັນການຊີ້ທິດເຍືອງທາງໃນພາລະກິດປົກປັກຮັກສາ ແລະ ພັດ ທະນາສ້າງສາປະເທດຊາດ.