ໃນວັນທີ 27 ກໍລະກົດ 2018, ແຕ່ລະຈຸດ-ແຕ່ລະສູນຮັບບໍລິຈາກເຄື່ອງ ເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ແຂວງອັດຕະປື ໄດ້ມີບັນດາພາກສ່ວນຕ່າງໆທີ່ໃຈດີນຳເອົາເງິນສົດ, ເຄື່ອງອຸປະໂພກ-ບໍລິໂພກ, ຢາປົວພະຍາດລວມທັງເຄື່ອງໃຊ້ທີ່ຈຳເປັນມາມອບໃຫ້ ເພື່ອນຳໄປມອບຕໍ່ໃຫ້ຜູ້ປະສົບໄພດັ່ງກ່າວ ເຊິ່ງເປັນອີກໜຶ່ງນໍ້າໃຈປະກອບສ່ວນຊ່ວຍເຫຼືອໄພນໍ້າຖ້ວມໃຫ້ປະຊາຊົນສາມາດຜ່ານພົ້ນເຫດການຮ້າຍແຮງໃນຄັ້ງນີ້.

ໃນນີ້ ມີ: ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຕາງໜ້າໃຫ້ຄະນະນຳ ກະຊວງ ຮັບເຄື່ອງອຸປະໂພກ, ບໍລິໂພກ ແລະ ວັດຖຸປັດໄຈຈາກບັນດາພາກສ່ວນຕ່າງໆ ເປັນຕົ້ນແມ່ນ: ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມອບເງິນຈໍານວນ 184 ລ້ານກີບ ມອບໂດຍທ່ານ ບັນດິດ ສຈ ປອ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ແຂວງບໍ່ແກ້ວ ມອບເງິນ 100 ລ້ານກີບ, ບໍລິສັດ ແດນສະຫວັນນໍ້າງື່ມຣີສອດ ມອບເງິນ 600 ລ້ານກີບ, ກຸ່ມບໍລິສັດ ຄໍາໄພຊະນະກໍ່ສ້າງ ມອບເງິນ 100 ລ້ານກີບ ແລະ ບໍລິສັດ ຫົວເຫວີຍ ປະຈໍາລາວ ມອບເງິນ 100 ລ້ານກີບ.

ຈຸດປະສານງານຮັບການຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຜ່ານສູນກາງສະຫະພັນແມ່ຍິງລາວ ທ່ານ ນາງ ດຣ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ ໄດ້ຕາງໜ້າໃຫ້ຄະນະຮັບເງິນບໍລິຈາກ ລວມຈຳນວນ 2 ລ້ານບາດ ຈາກສະພາສະຕີຼແຫ່ງຊາດໄທ ມອບໂດຍ ທ່ານ ດຣ ນາງ ວັນດີ ກຸນຊອນຍາ ຄົງຈຸ່ນຈະເລີນ ປະທານສະພາສະຕີຼແຫ່ງຊາດໄທ ແລະ ວັດໂສທອນ ວໍຣາຣາມ ວໍຣະວິຫານ ໂດຍພຣະທຳມະມັງຄະຣາຈານ ເຈົ້າອາວາດ ຕາງໜ້າມອບແມ່ນ ທ່ານ ສຸທິພົງ ຈຸ່ນຈະເລີນ ອະທິບໍດີກົມສົ່ງເສີມການປົກຄອງທ້ອງຖິ່ນ, ກະຊວງມະຫາດໄທ (ພາກສ່ວນລະ 1 ລ້ານບາດ).

ນອກນັ້ນ, ຍັງມີເງິນສົດ 40 ພັນກວ່າບາດ ທີ່ໄດ້ມາຈາກການສົມທົບທຶນຂອງສະມາຊິກສະພາສະຕີຼແຫ່ງຊາດໄທ, ຮ້ານຂາຍກະເປົາ ທ່ານ ນາງ CHEN Wen Jing ມອບກະເປົາ ລວມມູນຄ່າ 10 ລ້ານກີບຕື່ມອີກ.

ຫາກທ່ານໃດມີຄວາມຕ້ອງການຮ່ວມບໍລິຈາກ ສາມາດເຂົ້າມາໄດ້ທີ່ສຳນັກງານຫ້ອງການສູນກາງສະຫະພັນແມ່ຍິງລາວ ບ້ານບຶງຂະຫຍອງ ເມືອງສີສັດຕະນາກ ຫຼື ຕິດຕໍ່ເບີ ໂທ: 020 22445589/020 55962415. ໂອກາດນີ້, ທາງສູນກາງສະຫະພັນແມ່ຍິງລາວ ຍັງໄດ້ມອບໃບຍ້ອງຍໍໃຫ້ແຕ່ລະພາກສ່ວນ ເພື່ອສະແດງຄວາມຊົມເຊີຍ ແລະ ຂອບອົກຂອບໃຈເປັນຢ່າງສູງ.

ສູນຮັບບໍລິຈາກການຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ທີ່ຫ້ອງວ່າການເມືອງຈັນທະບູລີ ນວ, ທ່ານ ນາງ ບົວລອນ ວົງດາລາແສນ ເຈົ້າເມືອງຈັນທະບູລີ ໃຫ້ສຳພາດວ່າ: ພາຍຫຼັງໄດ້ຮູ້ຂ່າວໄພນໍ້າຖ້ວມ ຫ້ອງວ່າການເມືອງ ກໍໄດ້ປຸກລະດົມພໍ່ແມ່ປະຊາຊົນ, ພະນັກງານແຕ່ລະພາກສ່ວນທົ່ວເມືອງໃຫ້ນຳເອົາເຄື່ອງໃຊ້ທີ່ຈຳເປັນມາບໍລິຈາກຢູ່ສູນດັ່ງກ່າວ ຈົນມາຮອດປັດຈຸບັນມີຜູ້ບໍລິຈາກເປັນຈຳນວນຫຼວງຫຼາຍ ເຊັ່ນ: ມອບເງິນສົດລວມທັງໝົດ 16.000.000 ກີບ, ຢາປົວພະຍາດ, ເຂົ້າສານ, ອາຫານແຫ້ງ, ເຄື່ອງນຸ່ງຫົ່ມ, ກາເຟ, ນົມ, ໂອວັນຕິນ ແລະອື່ນໆ.

ເຊິ່ງພາຍຫຼັງທີ່ໄດ້ຮັບເຄື່ອງຈຳນວນດັ່ງກ່າວ ຫ້ອງວ່າການເມືອງ ຈະສົ່ງຕໍ່ໃຫ້ຫ້ອງວ່າການນະຄອນຫຼວງວຽງຈັນ ເພື່ອມອບໃຫ້ຜູ້ປະສົບໄພ. ຫາກທ່ານໃດມີຄວາມຕ້ອງການຮ່ວມບໍລິຈາກສາມາດເຂົ້າມາໄດ້ທີ່ ຫ້ອງວ່າການປົກຄອງເມືອງຈັນທະບູລິ ຕັ້ງຢູ່ບ້ານທົ່ງຂັນຄຳ ຫຼື ຕິດຕໍ່ເບີ ໂທ: 020 22277519/020 22215552.

ຈຸດຕຶກຫ້ອງການຄະນະບັນນາທິການຂ່າວສານ ປກສ ( ສະໜາມມ້າ ) ບ້ານແສງສະຫວ່າງ ເມືອງໄຊເສດຖາ ນວ ກໍມີຍັງມີບັນດາບໍລິສັດ, ຫ້າງຮ້ານ, ບຸກຄົນ ພ້ອມດ້ວຍຄອບຄົວ ລວມທັງພໍ່-ແມ່ປະຊາຊົນ ສືບຕໍ່ເດີນທາງມາຮ່ວມບໍລິຈາກເຄື່ອງຕ່າງໆ ແລະ ເງິນສົດຈຳນວນໜຶ່ງ.