ກອງບັນຊາການ ປກສ ເມືອງຫາດຊາຍຟອງ ຈະສຸມໃສ່ວຽກງານປັບປຸງ, ກໍ່ສ້າງກຳລັງປ້ອງກັນ ປກສ ເມືອງຫາດ ຊາຍຟອງ ກໍຄືພະນັກງານ-ນັກຮົບທົ່ວກອງບັນຊາການ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ມີຄວາມຊໍານິຊໍານານທາງດ້ານວິຊາສະເພາະໃຫ້ສູງຂຶ້ນກວ່າເກົ່າ.

ພັທ ສັງວານ ຂາວປະເສີດ ຫົວໜ້າກອງບັນຊາການ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ ວ່າ: ໃນຕໍ່ໜ້າ, ກອງບັນຊາການ ປກສ ເມືອງຫາດຊາຍຟອງ ຈະສຸມໃສ່ເພີ່ມທະວີປັບປຸງກໍ່ສ້າງກົມກອງແຂງ, ໜ່ວຍພັກແຂງ-ຮູ້ນຳພາຮອບດ້ານ ຕິດພັນກັບວຽກງານແຂ່ງຂັນຮັກຊາດ ແລະ ພັດທະນາ, ຊຸກຍູ້ໃຫ້ 4 ໜ່ວຍພັກ ຮັກສາ ມູນເຊື້ອໜ່ວຍພັກແຂງ-ຮູ້ຈັດຕັ້ງເຊື່ອມຊຶມມະຕິ, ຄຳສັ່ງ, ມູນເຊື້ອຂອງຊາດ, ຂອງພັກ, ຄຸນສົມບັດຂອງທ່ານຜູ້ນຳ, ມູນເຊື້ອຂອງກຳລັງປະກອບອາວຸດໃຫ້ກຳລັງຢ່າງທົ່ວເຖິງ, ເລິກເຊິ່ງ ແລະ ທັນເວລາ, ເພີ່ມທະວີປັບປຸງບູລະນະການຈັດຕັ້ງຕາມມະຕິ, ຄຳສັ່ງຂອງສາຍຕັ້ງແຕ່ລະໄລຍະ, ເອົາໃຈໃສ່ຄຸ້ມຄອງນຳໃຊ້ກຳລັງໃຫ້ແທດເໝາະກັບລະດັບຄວາມຮູ້-ຄວາມສາມາດ, ຖືສຳຄັນວຽກກໍ່ສ້າງກຳລັງໃຫ້ມີຄວາມຮູ້-ຄວາມສາມາດ, ຄົ້ນຄວ້າຄັດເລືອກເອົາກຳລັງໄປບຳລຸງຍົກລະດັບທາງດ້ານວິຊາສະເພາະ, ທິດສະດີການເມືອງຕາມແຜນຂອງສາຍຕັ້ງເອົາໃຈໃສ່ວຽກງານເສນາທິການຄຸ້ມຄອງການເຂົ້າອອກຂອງເອກະສານຜ່ານປະຕູດຽວ ແລະ ເຮັດເອກະສານຮັບໃຊ້ໃຫ້ທ່ວງທັນ ມີເນື້ອໃນອຸດົມສົມບູນ, ສືບຕໍ່ປັບປຸງກົນໄກລະບອບການຊີ້ນຳ-ບັນຊາໃຫ້ມີຄວາມເຂັ້ມງວດແທດເຖິງຕົວຈິງ, ເອົາໃຈໃສ່ວຽກປະຕິບັດນະໂຍບາຍທາງດ້ານວັດຖຸ ແລະ ຈິດໃຈຕໍ່ກຳລັງໃຫ້ດີກວ່າເກົ່າ, ເຄັ່ງຄັດວຽກຕິດຕາມກວດກາ ແລະ ແກ້ໄຂປະກົດການຫຍໍ້ທໍ້ພາຍໃນກຳລັງ ແລະ ຕີຖອຍບັນຫາຫາງສຽງສັງຄົມໃຫ້ຫຼຸດລົງເທື່ອລະກ້າວ.

ພ້ອມທັງສືບຕໍ່ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ ປຸກລະດົມສຶກສາອົບຮົມປະຊາຊົນທຸກຊັ້ນຄົນ, ສົມທົບກັບກອງບັນຊາການ ປກສ ເມືອງ ສຸມໃສ່ສ້າງບ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບດີ, ເພີ່ມທະວີ ວຽກງານສືບຂ່າວນຳພາວິຊາສະເພາະ ເຄື່ອນໄຫວຊອກຮູ້ເປົ້າໝາຍຂຶ້ນບັນຊີກຳນົດ ແລະ ຊັນນະສູດໃຫ້ໄດ້ເປົ້າ ໝາຍລະແວງສົງໄສ, ຈຳນວນຄົນເຂົ້າ-ອອກເມືອງ, ຜູ້ລະເມີດຊາຍແດນ ແລະ ຄົນຕ່າງປະເທດ ເພື່ອມີວິທີການສະ ກັດກັ້ນທັນເວລາ, ເພີ່ມທະວີສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ປຸ້ນຊັບ, ຊິງຊັບ, ລັກຊັບໃຫ້ຫຼຸດລົງຢ່າງຈະແຈ້ງ; ໃນນັ້ນ, ຈະໄດ້ສຸມໃສ່ແກ້ໄຂຢູ່ກຸ່ມ 4 ແລະ 6 ກຸ່ມ ລວມທັງຈຸດຫຼ່ໍແຫຼມບ່ອນອື່ນໆ ນໍາພາສະກັດກັ້ນແກ້ໄຂບັນຫາ ການລະເມີດຊາຍແດນໃຫ້ຫຼຸດລົງ.

ໃນໄລຍະຜ່ານມາ, ກອງບັນຊາການ ປກສ ເມືອງຫາດຊາຍຟອງ ໄດ້ເອົາໃຈໃສ່ກໍ່ສ້າງ ແລະ ປັບປຸງພັກໃຫ້ມີຄວາມ ເຂັ້ມແຂງທັງ 4 ດ້ານ 5 ເນື້ອໃນ ໂດຍສົມທົບກັບການຜັນຂະຫຍາຍຈິດໃຈບຸກທະລຸດ້ານການພັດທະນາຊັບພະ ຍາກອນມະນຸດ ດ້ວຍການເສີມຂະຫຍາຍມູນເຊື້ອ 3 ທາດແທ້, 7 ມູນເຊື້ອ ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ນຳພາສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ກຳລັງດ້ວຍຫຼາຍຮູບຫຼາຍວິທີ, ເອົາໃຈໃສ່ປັບປຸງດ້ານແບບແຜນວິທີຊີ້ນຳບັນຊາຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ແຕ່ລະເຫຼົ່າວິຊາສະເພາະຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະແບ່ງບຸກຄົນຮັບຜິດຊອບ, ກຳຈັດການເຮັດວຽກແບບອາດຍາສິດ, ເວົ້າຫຼາຍເຮັດໜ້ອຍ ມີແຕ່ເວົ້າບໍ່ເຮັດ, ເອົາໃຈໃສ່ປະຕິບັດລະບອບຫົວໜ້າດຽວ, ຮູ້ຈັກວາງແຜນນຳພາຈັດຕັ້ງປະຕິບັດແຜນ, ກວດກາການຈັດຕັ້ງປະຕິບັດແຜນຂອງກອງບັນຊາການວາງອອກ ແລະ ສະ ຫຼຸດຖອດຖອນບົດຮຽນ; ສົມທົບສາຍຕັ້ງ ເພື່ອບຳລຸງຍົກລະດັບທາງດ້ານວິຊາສະເພາະ, ວິຊາການໃຫ້ກຳລັງ ເປັນຕົ້ນ: ສົ່ງກຳລັງໄປຮຽນວິຊາສະເພາະໄລຍະສັ້ນ, ໄລຍະຍາວ, ຕາມສາຍວິຊາສະເພາະ 7 ສະຫາຍ ພິເສດປີ 2017 ໄດ້ ຕ້ອນຮັບນັກສຶກສາຈາກວິທະຍາຄານຕຳຫຼວດປະຊາຊົນຈຳນວນ 14 ສະຫາຍ ຍິງ 3 ສະຫາຍ ແລະ ສາຍສັນຕິບານ ຈຳນວນ 32 ສະຫາຍ ຍິງ 4 ສະຫາຍທີ່ລົງມາຝຶກຫັດຢູ່ ປກສ ເມືອງ ນາຍ-ພົນຕຳຫຼວດສະເໜີຍ້ອງຍໍ-ເລື່ອນຊັ້ນ 29 ສະຫາຍ ລາພັກປະຈຳປີ 8 ສະຫາຍ ຍິງ 2 ສະຫາຍ, ສ້າງຄອບຄົວ 2 ສະຫາຍ, ປິ່ນປົວຍາວນານ 1 ສະຫາຍ, ຢ້ຽມຢາມຄອບຄົວທີ່ເຈັບເປັນ, ເກີດ ລູກ ແລະອື່ນໆ 21 ຄັ້ງ ຈຳນວນ 32 ສະຫາຍ ແລະ ໄດ້ແກ້ໄຂປະກົດການ.

ພ້ອມນັ້ນ, ຄະນະກອງບັນຊາການ ໄດ້ສຸມໃສ່ຊີ້ນໍາ-ນໍາພາພະນັກງານນັກຮົບ ເຮັດໜ້າທີ່ວຽກງານວິຊາສະເພາະ ຢ່າງຕັ້ງໜ້າ ແລະ ເປັນປົກກະຕິ ຮັບປະກັນໃຫ້ພາຍໃນເມືອງມີຄວາມສະຫງົບ ປອດໄພໂດຍພື້ນຖານ ສະແດງອອກ ຄື: ໃນ 5 ເດືອນຜ່ານມາ, ທົ່ວເມືອງມີ ຄະດີເກີດຂຶ້ນທັງໝົດ 172 ເລື່ອງ, ສາ ມາດມ້າງໄດ້ທັງໝົດ 111 ເລື່ອງ, ກັກຕົວຜູ້ກະທໍາຜິດໄດ້ 147 ຄົນ ຍິງ 11 ຄົນ; ໃນນີ້ ເກີດຂຶ້ນຫຼາຍກວ່າໝູ່ແມ່ນຄະດີລັກຊັບພົນລະເມືອງ ແລະ ຄະດີຢາເສບຕິດ, ຈາກຄະດີທີ່ເກີດຂຶ້ນ ສ້າງຜົນເສຍຫາຍເປັນເງິນກີບ 55.900.000 ກີບ, ເງິນບາດ 24.200 ບາດ, ລົດຈັກ 58 ຄັນ ແລະອື່ນໆ, ຈາກຜົນເສຍຫາຍ ດັ່ງກ່າວນີ້, ເຈົ້າໜ້າທີ່ສາມາດເກັບກູ້ຄືນ ໄດ້ໄດ້ເງິນກີບ 11.000.000 ກີບ, 11.000 ບາດ, ລົດຈັກ 18 ຄັນ ແລະ ເຄື່ອງອື່ນໆ; ສະເພາະຄະດີຢາເສບຕິດ ສາມາດມ້າງກຸ່ມແກ້ງຄ້າຂາຍຢາເສບຕິດ ໄດ້ທັງໝົດ 41 ເລື່ອງ, ກັກຕົວຜູ້ກະ ທໍາຜິດໄດ້ 67 ຄົນ ຍິງ 4 ຄົນ, ຢຶດຢາບ້າ ໄດ້ 6.748 ເມັດ, ຢາໄອສ໌ 2,80 ກຼາມ, ລົດຈັກ 3 ຄັນ, ລົດຮຸນໄດ 1 ຄັນ, ປືນແກັບ 1 ກະບອກ ແລະ ໂທລະສັບ 3 ໜ່ວຍ; ນອກນີ້, ຍັງໄດ້ສຶກສາອົບຮົມເປົ້າໝາຍເສບຢາເສບຕິດ ຈໍານວນ 40 ຄົນ ແລະ ມອບໃຫ້ຜູ້ປົກຄອງສືບຕໍ່ສຶກສາອົບຮົມຕໍ່ໄປ.

ສັງລວມແລ້ວ, ກອງບັນຊາການ ປກສ ເມືອງຫາດຊາຍຟອງ ຈະເພີ່ມທະວີໃນການປັບປຸງກໍ່ສ້າງກຳລັງ ປກສ ເມືອງໃຫ້ເຂັ້ມແຂງ, ມີລະບຽບວິໄນເຂັ້ມງວດ ແລະ ເປັນກຳລັງທີ່ມີແບບແຜນທັນສະໄໝ, ສ້າງໃຫ້ໄດ້ກຳລັງຫຼັກ ແຫຼ່ງໃນການປະຕິບັດໜ້າທີ່ປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ ແລະ ຮັກສາຄວາມເປັນລະບຽບ ຮຽບຮ້ອຍທາງສັງຄົມ.