ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມຊຸກຍູ້ວຽກງານປະຕູດຽວ ໃນວັນທີ 24 ກໍລະກົດນີ້, ເຂົ້າຮ່ວມໂດຍ ພັທ ລຳຄູນ ວໍລະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ , ພ້ອມດ້ວຍຄະນະຫ້ອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງຊຸມໄດ້ມີການປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນໃນຂົງເຂດວຽກງານປະຕູດຽວໃນນີ້ມີວຽກງານອອກ ບັດປະຈຳຕົວ ແລະ ປຶ້ມຜ່ານແດນຢູ່ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໃຫ້ເຂົ້າສູ່ລະບຽບຫຼັກການ, ຖືກຕ້ອງຕາມຂັ້ນຕອນຂອງກົດໝາຍ, ເຮັດວຽກມີແບບແຜນການນຳພາ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ສັງຄົມ ເປັນຕົ້ນແມ່ນການເກັບຄ່າບໍລິການອອກບັດປະຈຳຕົວ ແລະ ອອກປື້ມຜ່ານແດນໃຫ້ມີຄວາມຖືກຕ້ອງຕາມຄ່າທຳນຽມຕ່າງໆ ຫຼີກເວັ້ນການເກັບຄ່າທຳນຽມຈາກນາຍໜ້າ ແລະ ຫາງສຽງຈາກປະຊາຊົນ.

ພັທ ລຳຄູນ ວໍລະວົງ ໄດ້ເນັ້ນໜັກໃຫ້ບັນດາຜູ້ຮັບຜິດຊອບວຽກງານຕົວຈິງ ຕ້ອງປະຕິບັດຕາມລັດຖະບັນຍັດ ເລກທີ 003/ປປທ, ລົງວັນທີ 26 ກຸມພາ 2012 ຂອງປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການຢ່າງເຂັ້ມງວດ, ເນັ້ນໃຫ້ວິຊາສະເພາະຜູ້ເຮັດວຽກຕົວຈິງ ຕ້ອງໄດ້ມີຄວາມບໍລິສຸດສັດຊື່ ຮັກໃນໜ້າທີ່ຂອງຕົນ, ຕັ້ງໜ້າບໍລິການປະຊາຊົນດ້ວຍຄວາມເຕັມໃຈຍິ້ມແຍ້ມແຈ່ມໃສ, ມີຄວາມສາມັກຄີ ພ້ອມກັນປະຕິບັດໜ້າທີ່ຂອງຕົນທີ່ການຈັດຕັ້ງມອບໝາຍໃຫ້ສຳເລັດດ້ວຍຄວາມຖືກຕ້ອງ, ສອດຄ່ອງ ແລະ ວ່ອງໄວ.