ໃນກອງປະຊຸມຄະນະກຳມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ຈັດຂຶ້ນໃນວັນທີ 31 ກໍລະກົດ 2018, ໄດ້ປຶກສາຫາລື ແລະ ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະກະຊວງ, ແຕ່ລະໜ່ວຍງານເລັ່ງໃສ່ແກ້ໄຂໄພພິບັດທີ່ເກີດຂຶ້ນ ໂດຍສະເພາະຢູ່ແຂວງອັດຕະປື ໃຫ້ມີປະສິດທິຜົນ; ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ທັງເປັນປະທານຄະນະກຳມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ໄດ້ເນັ້ນໃຫ້ພາກ ສ່ວນທີ່ກ່ຽວຂ້ອງຈົ່ງຈັດແຜນວຽກສຸກເສີນ ແລະ ແຜນວຽກຟື້ນຟູຢ່າງຮີບດ່ວນ ແລະ ຮີບຮ້ອນສືບຕໍ່ໃນການຈັດຕັ້ງປະຕິບັດຊ່ວຍເຫຼືອ ແລະ ຟື້ນຟູຊີວິດການເປັນຢູ່ຂອງຜູ້ປະສົບໄພທີ່ໄດ້ຮັບຜົນກະທົບຈາກເຫດການນ້ຳຖ້ວມຮ້າຍແຮງທີ່ແຂວງອັດຕະປືໃນຄັ້ງນີ້.

ໃນກອງປະຊຸມ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມເປັນຫ່ວງຕໍ່ກັບເຫດການທີ່ເກີດຂຶ້ນ ແລະ ສະແດງຄວາມເສຍໃຈຕໍ່ຜູ້ປະສົບໄພ, ພ້ອມທັງເນັ້ນໃຫ້ບັນດາກະຊວງທີ່ກ່ຽວຂ້ອງ ແລະ ໜ່ວຍງານແກ້ໄຂໄພພິບັດນັບແຕ່ສູນກາງຮອດທ້ອງຖິ່ນ ຈົ່ງຈັດແຜນວຽກສຸກເສີນ ແລະ ແຜນວຽກຟື້ນຟູຢ່າງຮີບດ່ວນ ແລະ ຮີບຮ້ອນສືບຕໍ່ໃນການຈັດຕັ້ງປະຕິບັດຊ່ວຍເຫຼືອ ແລະ ຟື້ນຟູຊີວິດການເປັນຢູ່ຂອງຜູ້ປະສົບໄພທີ່ໄດ້ຮັບຜົນກະ ທົບຈາກເຫດການໃນຄັ້ງນີ້ ໂດຍລົງຊີ້ນຳ-ນຳພາຈັດຕັ້ງປະຕິບັດຢ່າງໃກ້ຊິດ ເຖິງວ່າປັດຈຸບັນປະລິມານນໍ້າຈະຫຼຸດລົງແຕ່ກໍຍັງມີອຸປະສັກໜັກໜ່ວງ ເປັນຕົ້ນແມ່ນຂີ້ຕົມ, ຊາກໄມ້ ແລະ ສິ່ງຂອງຕ່າງໆຍັງທັບຖົມພື້້ນທີ່ເປັນຈຳນວນຫຼວງຫຼາຍ; ພ້ອມນີ້, ການເຂົ້າເຖິງພື້ນທີ່ແມ່ນມີຄວາມຫຍຸ້ງຍາກແຕ່ກໍໃຫ້ເລັ່ງຊອກຄົ້ນຕາມພື້ນທີ່ທີ່ມີຄວາມສົງໄສ, ເລັ່ງຮວບຮວມປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບມາລວມໄວ້ຢູ່ສູນພັກເຊົາ ເພື່ອໃຫ້ການຊ່ວຍ ເຫຼືອດຳເນີນໄປຢ່າງທົ່ວເຖິງ ແລະ ຮີບຮ້ອນແຈກຢາຍສິ່ງຂອງທີ່ຈຳເປັນໃຫ້ມີຄວາມເປັນລະບຽບ ແລະ ມີການຄຸ້ມຄອງເປັນຢ່າງດີ, ກວດກາຄືນການຈັດສູນພັກເຊົາ ເພື່ອບໍ່ໃຫ້ມີຄວາມແອອັດເກີນໄປ, ຕ້ອງມີການກວດກາຄົນເຂົ້າ-ອອກ, ທີ່ສຳຄັນຕ້ອງເບິ່ງດ້ານອາຫານການກິນ, ເຄື່ອງນຸ່ງຫົ່ມ ແລະ ດ້ານສຸຂະພາບຂອງຜູ້ປະສົບໄພ, ເພີ່ມການໂຄສະນາສຸຂະສຶກສາ ເພື່ອຫຼີກລ່ຽງຈາກພະຍາດຕ່າງໆ ແລະ ເລັ່ງໃສ່ການຊ່ວຍເຫຼືອດ້ານອື່ນໆ ທີ່ຈຳເປັນ.

ສະເພາະກະຊວງປ້ອງກັນຄວາມສະຫງົບ, ໃຫ້ຊີ້ນຳ ແລະ ລົງເລິກກົມ, ສູນ ແລະ ພະແນກການທີ່ກ່ຽວຂ້ອງໃນຂະແໜງການຂອງຕົນເອງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການປະຕິບັດວຽກງານເອື້ອອຳນວຍຄວາມສະດວກ ແລະ ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ, ປ້ອງກັນຊີວິດ ແລະ ຊັບສິນຂອງພະນັກງານພັກ-ລັດທີ່ປະຕິບັດໜ້າທີ່ຢູ່ສູນກາງ ແລະ ພາກສະໜາມ.