ທ້າຍອາທິດຜ່ານມານີ້, ທ່ານ ຄໍາສຸກ ວິໄຊ ອໍານວຍການບໍລິສັດຂົນສົ່ງໂດຍສານ ແຂວງຫົວພັນ ໄດ້ນໍາເອົາຄອມພິວເຕີໂນດບຸກ 1 ໜ່ວຍ ພ້ອມດ້ວຍປິນເຕີ 1 ເຄື່ອງ ລວມມູນຄ່າ 5.000.000 ກີບ ມອບໃຫ້ກອງບັນຊາການ ປກສ ແຂວງຫົວພັນ ກ່າວຮັບໂດຍ ພັທ ເພັດສອນ ອິດສຸພັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ, ມີຄະນະພັກ-ຄະນະບັນຊາ, ຫົວໜ້າຫ້ອງ-ຮອງຫ້ອງ, ຫົວໜ້າພະແນກ-ຮອງພະແນກ, ພະ ນັກງານທັງສອງຝ່າຍເຂົ້າຮ່ວມ.

ທ່ານ ຄໍາສຸກ ວິໄຊ ອໍານວຍການບໍລິສັດຂົ່ນສົ່ງໂດຍສານ ແຂວງຫົວພັນ ໄດ້ກ່າວວ່າ: ການມອບຄອມພິວເຕີ ແລະ ເຄື່ອງປິນເຕີໃຫ້ກອງບັນຊາການ ປກສ ແຂວງຫົວພັນ ຄັ້ງນີ້, ເປັນການປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ພະນັກງານ-ນັກຮົບພາຍໃນກອງບັນຊາການ ປກສ ແຂວງຫົວພັນ ມີຄວາມສະດວກໃນການປະຕິບັດໜ້າທີ່ວິຊາ ສະເພາະ, ມີຄວາມວ່ອງໄວທັນ ກັບສະພາບເຫດການຕົວຈິງ.

ພັທ ເພັດສອນ ອິນສຸພັນ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງຕໍ່ກັບທ່ານ ອໍານວຍການບໍລິສັດ ຂົນສົ່ງໂດຍ ສານ ທີ່ເຫັນໄດ້ຄວາມຈໍາເປັນຂອງ ກອງບັນຊາການ ປກສ ແຂວງຫົວ ພັນ ແລະ ຈະນໍາເຄື່ອງດັ່ງກ່າວນີ້ ໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ປະກົດຜົນເປັນຈິງ. ພ້ອມທັງອວຍພອນໄຊອັນປະເສີດໃຫ້ເເກ່ທ່ານ ພ້ອມດ້ວຍຄອບຄົວ ຈົ່ງມີສຸຂະພາບເຂັ້ມແຂງມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ໃຫ້ທຸ ລະກິດຂອງທ່ານມີຄວາມຈະເລີນຍິ່ງໆຂຶ້ນ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານທຸກປະການ.