ກະຊວງຕໍາຫຼວດ ສສ ຫວຽດນາມ ໄດ້ມອບເງິນຊ່ວຍເຫຼືອ ມູນຄ່າ 50.000 ໂດລາສະຫະລັດ ຫຼື ປະມານ 430 ລ້ານກີບ ໃຫ້ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ເພື່ອໄປມອບໃຫ້ກໍາລັງປ້ອງກັນຄວາມສະຫງົບ ແລະ ປະຊາຊົນຜູ້ຖືກອຸທົກກະໄພ ຢູ່ເມືອງສະໜາມໄຊ ແຂວງອັດຕະປື.

ພິທີມອບ-ຮັບໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 30 ກໍລະກົດ 2018 ຢູ່ກະຊວງ ປກສ, ຕາງໜ້າມອບໂດຍ ພົຈວ ຮ່ວາງ ກວາງ ເຫືອງ ຫົວໜ້າອົງການຜູ້ຕາງໜ້າ ກະຊວງຕໍາຫຼວດ ສສ ຫວຽດນາມ ປະຈໍາ ສປປ ລາວ, ຕາງໜ້າກ່າວຮັບໂດຍ ພົຕ ສົມແກ້ວ ສີລາວົງ ເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້, ພົຕ ສົມແກ້ວ ສີລາວົງ ໄດ້ກ່າວສະແດງຄວາມຂອບອົກຂອບໃຈຕໍ່ ພົຈວ ຮ່ວາງ ກວາງ ເຫືອງ ກໍຄື ລັດຖະມົນຕີກະຊວງຕໍາຫຼວດ ສສ ຫວຽດນາມ ທີ່ໄດ້ທ້ອນໂຮມບິແບ່ງນໍ້າໃຈເປັນເງິນຈໍານວນດັ່ງກ່າວ ເພື່ອໄປຊ່ວຍເຫຼືອໃຫ້ຜູ້ທີ່ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ເມືອງໜາມໄຊ ແຂວງອັດຕະປື ແລະ ສັນຍາວ່າຈະນໍາເງິນຈໍານວນດັ່ງກ່າວ ນໍາໃຊ້ເຂົ້າໃນການຟື້ນຟູພື້ນທີ່ທີ່ໄດ້ຮັບຜົນກະທົບເຫດການອຸທົກກະໄພໃນຄັ້ງນີ້ໃຫ້ກັບສູ່ສະພາບເດີມໂດຍໄວ.