ຮາກຖານສະພັນແມ່ຍິງແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບວຽກງານຂໍ້ແຂ່ງຂັນ 3 ດີປະຈຳປີ 2017 ແລະ ວາງແຜນທິດທາງປະຈໍາປີ 2018, ເປັນປະທານໂດຍ ທ່ານ ນາງ ບົວຈັນ ນາມມະວົງ ຮອງປະທານສະຫະພັນແມ່ຍິງແຂວງຫຼວງພະບາງ, ມີຄະນະສະຫະພັນແມ່ຍິງພ້ອມດ້ວຍພະນັກງານ, ເອື້ອຍ-ນ້ອງແມ່ຍິງເຂົ້າຮ່ວມ.

ທ່ານ ນາງ ຈັນທີ ກຸນທະວົງ ປະທານຮາກຖານສະຫະພັນແມ່ຍິງແຂວງຫຼວງພະບາງ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຂໍ້ແຂ່ງຂັນ 3 ດີ ປະຈຳປີ 2017 ວ່າ: ສະມາຊິກສະພັນແມ່ຍິງທຸກຄົນລ້ວນແຕ່ມີຄວາມໜັກແໜ້ນທາງການເມືອງ, ມີຄວາມເປັນເອກະພາບຕໍ່ແນວທາງຂອງພັກ-ລະບຽບກົດໝາຍຂອງລັດ, ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນ, ເອົາໃຈໃສ່ອະນຸລັກຮັກສາວັດທະນະທຳ-ຮີດຄອງປະເພນີອັນດີງາມຂອງຊາດມີຄວາມຍືນຍົງຄົງຕົວ, ເປັນເຈົ້າການຄຸ້ມຄອງປົກປັກຮັກສາຊັບສົມບັດສ່ວນລວມບໍ່ໃຫ້ຕົກເຮ່ຍເສຍຫາຍ ແລະ ໄດ້ກອບສ່ວນຢ່າງຕັ້ງໜ້າເຄື່ອນໄຫວຕາມພາລະບົດບາດ, ຂອບເຂດ, ສິດໜ້າທີ່ກົດລະບຽບຂອງສູນກາງສະຫະພັນແມ່ຍິງວາງອອກເຊັ່ນ: ປະຊຸມຮ່ວມຊີວິດພັກປະຈຳເດືອນ, ທົບທວນຄືນຂໍ້ ແຂ່ງຂັນ 3 ດີ ເປັນບ່ອນຕຳນິກໍ່ສ້າງເຊິ່ງກັນແລະກັນ. ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງ ຂັນ 3 ດີ ໃນໄລຍະຜ່ານມາແມ່ນປະຕິບັດໄດ້ດີ; ໃນນີ້, ເຂົ້າຮ່ວມປາຖະກະຖາ 47 ຄັ້ງ ມີ 1.234 ຄົນ, ໄດ້ປະກອບສ່ວນຍາມວັນສຳຄັນຕ່າງໆຂອງພັກ-ຂອງຊາດ 12 ຄັ້ງ, ມີ 98 ຄົນ, ເກັບເງິນສະຕິໄດ້ທັງໝົດ 2.140.000 ກີບ; ໄດ້ອອກແຮງງານລວມຂະບວນການຕ່າງໆຂອງແຂວງ 45 ຄັ້ງ ມີ 1.510 ແຮງງານ, ມາຮອດປັດຈຸບັນມີສະມາຊິກສະພັນແມ່ຍິງແຂວງທັງໝົດ 34 ຄົນ, (ຍ້າຍມາຢູ່ໃໝ່ 9 ຄົນຍັງບໍ່ທັນເຂົ້າຮ່ວມແຂ່ງຂັນ 3 ດີ), ຄຽງຄູ່ກັນນິ້ ຍັງໄດ້ປະກອບສ່ວນຊຸກຍູ້ອ້າຍນ້ອງທະຫານແນວໜ້າ, ອຸທົກກະໄພ, ນະໂຍບາຍເອື້ອຍນ້ອງແມ່ຍິງເຈັບເປັນ, ເກີດລູກອື່ນໆ ສາມາດຄັດເລືອກໄດ້ບຸກຄົນ 3 ດີ ທັງໝົດ 25 ຄົນ ເທົ່າກັບ 100%.

ທ່ານ ນາງ ບົວຈັນ ໄດ້ໂອ້ລົມຕໍ່ເອື້ອຍ-ນ້ອງແມ່ຍິງ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຜ່ານມາ ແລະ ໃຫ້ສືບຕໍ່ຮັກສາມູນເຊື້ອ ເອົາໃຈໃສປະຕິບັດ 2 ໜ້າທີ່ຍຸດທະສາດ: ປົກຮັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພ້ອມກັນພັດທະນາຕົນເອງໃຫ້ມີຄວາມຮູ້-ຄວາມສາມາດສຸມໃສ່ເຂົ້າໃນວຽກງານຂອງຕົນໃຫ້ມີຄຸນນະພາບ, ຍົກສູງພາລະບົດບາດຂອງຕົນໃຫ້ມີຄວາມກ້າຫານຄ່ຽງບ່າ-ຄ່ຽງໄຫຼກັບເພດຊາຍ, ພ້ອມກັນອະນຸລັກຮັກສາວັດທະນະທຳ-ຮີດຄອງປະເພນີອັນດີງາມຂອງລາວຊາວຫຼວງພະບາງ ໃຫ້ໝັ້ນຄົງຕະຫຼອດໄປ.