ກອງບັນຊາການ ປກສ ແຂວງຫຼວງພະບາງ ສປປ ລາວ ແລະ ກອງບັນຊາການຕຳຫຼວດແຂວງດຽນບຽນ ສສ ຫວຽດນາມ ໄດ້ພົບປະແລກປ່ຽນບົດຮຽນວຽກງານວິຊາສະເພາະ ໃນວັນທີ 24 ກໍລະກົດ 2018, ຝ່າຍລາວນຳ ໂດຍ ພັທ ທາ ລຽນປະດິດ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງພະບາງ ແລະ ຝ່າຍຫວຽດນາມ ນຳໂດຍ ພັອ ເລກົງ ບິ້ງ ຫົວໜ້າກອງບັນຊາການຕຳຫຼວດແຂວງດຽນບຽນ ພ້ອມດ້ວຍຄະນະທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

ການແລກປ່ຽນບົດຮຽນຄັ້ງນີ້, ພັທ ທາ ລຽນປະດິດ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງພະບາງ ກໍໄດ້ກ່າວສະແດງການຕ້ອນຮັບອັນອົບອຸ່ນ ແລະ ລາຍງານສະພາບການຂອງແຂວງຫຼວງພະບາງ ໃຫ້ຄະນະຜູ້ແທນ ກອງບັນຊາການຕຳຫຼວດແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ຮັບຊາບ ພ້ອມນີ້, ທັງສອງຝ່າຍໄດ້ທົບທວນຄືນ-ປຶກສາຫາ ຫຼື ກ່ຽວກັບໝາກຜົນການພົວພັນຮ່ວມມືວຽກງານປ້ອງກັນຄວາມຫງົບ ພົ້ນເດັ່ນແມ່ນບັນຫາການຄ້າຂາຍຢາເສບຕິດ, ການກໍ່ອາຊະຍາກຳຂ້າມຊາດ, ການເຄື່ອນຍ້າຍພົນລະເມືອງ, ການຄ້າຂາຍເຖື່ອນ, ການລັກລອບຂ້າມແດນແບບຜິດກົດໝາຍ ແລະ ບັນຫາການເຄື່ອນໄຫວຂອງກຸ່ມຄົນບໍ່ດີອື່ນໆທີ່ຜິດຕໍ່ລະບຽບກົດໝາຍຂອງສອງປະເທດ.

ຈາກນັ້ນ, ທັງສອງຝ່າຍກໍໄດ້ແລກປ່ຽນວຽກງານຊັນນະສູດ, ການປະມວນຂໍ້ມູນຂ່າວສານ, ຮ່ວມມືກັນຢ່າງແໜ້ນແຟ້ນໃນວຽກງານຄຸ້ມຄອງຊາຍແດນ, ໂຄສະນາອົບຮົມປະຊາຊົນຢູ່ລຽບຕາມຊາຍແດນໃຫ້ປະຕິບັດລະບຽບກົດໝາຍ ສອງຊາດຢ່າງເຂັ້ມງວດ, ວຽກງານສືບສວນ-ສອບສວນ, ເກັບກຳເປົ້າໝາຍກະທຳຜິດ, ຊ່ວຍເຫຼືອເຊິ່ງກັນແລະກັນ ໂດຍຜັດປຽນກັນເປັນເຈົ້າພາບຈັດກອງປະຊຸມແລກປ່ຽນບົດຮຽນ, ຝຶກອົບຮົມວຽກງານວິຊາສະເພາະ, ວັດຖຸ- ອຸປະກອນ ແລະ ດ້ານເຕັກນິກອື່ນໆ ເພື່ອເສີມຂະຫຍາຍສາຍພົວພັນແບບພິເສດ-ການຮ່ວມມືຮອບດ້ານລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍສະເພາະແມ່ນກອງບັນຊາການ ປກສ ຫຼວງພະບາງ ແລະ ກອງບັນຊາການຕໍາຫຼວດແຂວງດຽນບຽນ ໃຫ້ແໜ້ນແຟນຍິ່ງຂຶ້ນ.