ເກີດເຫດຄາດຕະກໍາສະເທືອນຂັວນ ຢູ່ບ້ານພຽງຊືນ ເມືອງໜອງແຮດ ແຂວງຊຽງຂວາງ ໃນກາງເດືອນຜ່ານມາ ເຊິ່ງຜູ້ເປັນຜົວໃຊ້ປືນຍິງເມຍເສຍຊີວິດ ກ່ອນໃຊ້ມີດ ປາດຄໍຕົວເອງຕາຍຕາມເມຍສົ່ງຜົນໃຫ້ລູກນ້ອຍ 3 ຄົນ ທີ່ໄຮ້ດ່ຽງສາ ຕ້ອງເປັນກໍາພອຍ.

ເຈົ້າໜ້າທີ່ ປກສ ເມືອງໜອງແຮດໃຫ້ຮູ້ວ່າ:  ພາຍຫຼັງເກີດເຫດໃນເວລາ 6:00 ໂມງຂອງວັນທີ 20 ກໍລະກົດ 2018, ເຈົ້າໜ້າທີ່ກອງກໍ່ສ້າງຮາກຖານ 918 ກຸ່ມບໍ່ເຍຍ ເມືອງໜອງແຮດ ໄດ້ສົມທົບກັບການຈັດຕັ້ງບ້ານດັ່ງກ່າວ ລົງກວດກາສະຖານທີ່ເກີດເຫດ;

ພົບເຫັນສົບຜູ້ເສຍຊີວິດ 2 ຄົນຊື່ ທ້າວ ຄໍາພອນ ອາຍຸ 24 ປີ ແລະ ນາງ ໄມພອນ ອາຍຸ 26 ປີ (ຜົວ-ເມຍ) ຢູ່ໃນເຮືອນຂອງພວກກ່ຽວ. ຢູ່ບໍລິເວນຂ້າງຜູ້ເສຍຊີວິດມີປືນແກັບ 1 ກະບອກ, ພ້າຂໍ 1 ດວງ ແລະ ມີດ 1 ດວງ.

ຜ່ານການຊັນນະສູດຊາກສົບ ພົບວ່າ: ສົບຂອງ ນາງ ໄມພອນ ມີຮ່ອງຮອຍ ຖືກລູກປືນແກັບຍິງເຂົ້າບໍລິເວນໜ້າເອິກເບື້້ອງຊ້າຍ 1 ຮູ,  ສ່ວນ ທ້າວ ຄຳພອນ ມີຮ່ອງຮ່ອຍຖືກລູກປືນຍິງ ບໍລິເວນໜ້າເອິກ ແລະ ບໍລິເວນຄໍມີຮອຍບາດແຜ ຖືກຂອງມີຄົມປາດ.

ຈາກການສອບຖາມປະຊາຊົນເຮືອນໃກ້ຄຽງຮູ້ວ່າ: ໃນເວລາ 4:00 ໂມງເຊົ້າຂອງວັນທີ 20 ກໍລະກົດ 2018 ໄດ້ຍິນສຽງປືນດັງຂຶ້ນ 1 ບາດ, ພ້ອມທັງໄດ້ຍິນສຽງຜູ້ຊາຍຮ້ອງຂຶ້ນ 3 ເທື່ອ ແລະ ມີສຽງເດັກນ້ອຍຮ້ອງໄຫ້ຢູ່ພາຍໃນເຮືອນຫຼັງດັ່ງກ່າວ. ຈາກນັ້ນ, ຈຶ່ງໄດ້ພາກັນຂຶ້ນໄປເບິ່ງພາຍໃນເຮືອນເຫັນເລືອດຈໍານວນຫຼາຍຢູ່ບ່ອນນອນ ແລະ ເຫັນທ້າວ ຄໍາພອນ ນອນເຕັງ ນາງ ໄມພອນ ຜູ້ເປັນເມຍ. ຢູ່ຂ້າງບ່ອນນອນ, ມີເດັກນ້ອຍ 3 ຄົນ, ເຊິ່ງເປັນລູກຂອງຜົວເມຍດັ່ງກ່າວນັ່ງຮ້ອງໄຫ້ຢູ່, ເຊິ່ງເດັກຜູ້ທີ 1 ອາຍຸ 5 ປີ, ຜູ້ທີ 2 ອາຍຸ 3 ປີ ແລະ ຜູ້ທີ 3 ອາຍຸ 1 ປີ.

ດັ່ງນັ້ນ, ຈິ່ງໄດ້ພາເດັກນ້ອຍ 3 ຄົນອອກຈາກເຮືອນແລ້ວໄດ້ພາພີ່ນ້ອງມາເບິ່ງ. ໃນລະຫວ່າງນັ້ນ, ທ້າວ ຄໍາພອນ ໄດ້ຮູ້ສຶກລຸກຂຶ້ນ ແລ້ວຈັບພ້າປາດຄໍຕົວເອງ ພ້ອມທັງແກວ່ງໄປ-ມາຢ່າງປ່ວງບ້າ ແລ້ວລົ້ມລົງເສຍຊີວິດໃນເວລາຕໍ່ມາ.

ເຈົ້າໜ້າທີ່ຍັງໃຫ້ຮູ້ອີກວ່າ ຄູ່ຜົວ-ເມຍນີ້ແມ່ນໄດ້ເຄີຍພົວພັນກັບຢາເສບຕິດມາກ່ອນ. ສາເຫດນີ້   ອາດຈະເປັນບັນຫາ ແລະ ເເຮງຈູງໃຈໃນການຄາດຕະກໍາໃນຄັ້ງນີ້. ຢ່າງໃດກໍຕາມເຈົ້າໜ້າທີ່ກໍາລັງເລັ່ງສືບສວນ-ສອບສວນເພື່ອໃຫ້ຮູ້ສາເຫດທີ່ແທ້ຈິງ.