ນັບແຕ່ມື້ເກີດເຫດເຖິງວັນທີ 30 ກໍລະກົດ 2018, ເຈົ້າໜ້າທີ່ທະຫານ, ຕຳຫຼວດ ແລະ ກູ້ໄພຄົ້ນພົບຜູ້ເສຍຊີວິດຈາກຜົນກະທົບເຂື່ອນກັ້ນນ້ຳໄຟຟ້າເຊປຽນ-ເຊນ້ຳນ້ອຍແຕ ທັງໝົດ 11 ສົບ.

ພົຕ ຄຳລຽງ ອຸທະໄກສອນ ຮອງຫົວໜ້າກົມໃຫຍ່ເສນາທິການ ກະຊວງປ້ອງກັນປະເທດ ທັງເປັນຮອງຫົວໜ້າຄະນະຮັບຜິດຊອບຊ່ວຍເຫຼືອກູ້ໄພພິບັດນ້ຳຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື ຖະແຫຼງຕໍ່ສື່ມວນຊົນວ່າ: ໃນວັນທີ 30 ກໍລະກົດ 2018 ແມ່ນໄດ້ຈັດກຳລັງທະຫານສົມທົບກັບເຈົ້າໜ້າທີ່ຕຳຫຼວດ, ໜ່ວຍກູ້ໄພຕ່າງໆທັງພາຍໃນ ແລະ ຕ່າງປະເທດລົງກວດກາ ແລະ ເກັບກູ້ເອົາຜູ້ລອດຊີວິດ ແລະ ຜູ້ເສຍຊີວິດ;

ເຊິ່ງໃນນັ້ນສາມາດຄົ້ນພົບຜູ້ເສຍຊີວິດອີກຈຳນວນ 2 ສົບ ໃນເວລາປະມານ 20:00 ໂມງ, ສົບທີ 1 ແມ່ນເຫັນຢູ່ເຂດບ້ານສະໜອງໃຕ້ ແລະ ສົບທີ 2 ແມ່ນພົບຢູ່ເຂດຊາຍແດນກຳປູເຈຍ; ເຊິ່ງນັບແຕ່ມື້ເກີດເຫດຮອດວັນທີ 30 ກໍລະ ກົດນີ້ ພົບເຫັນຜູ້ເສຍຊີວິດທັງໝົດ 11 ຄົນ.

ພົຕ ຄຳລຽງ ອຸທະໄກສອນ ກ່າວອີກວ່າ: ຜ່ານມາການຄົ້ນຫາຜູ້ສູນຫາຍແມ່ນບໍ່ສາມາດຄົ້ນຫາໄດ້ຢ່າງລະອຽດເພາະວ່າເຂົ້າໄປສະຖານທີ່ບໍ່ໄດ້ຍ້ອນວ່າບໍລິເວນດັ່ງກ່າວມີຂີ້ຕົມຖົມສູງ, ມີໄມ້ໃຫຍ່ກອງທັບກັນເປັນຈຳນວນຫຼາຍເຮັດໃຫ້ກຳລັງຄົນບໍ່ສາມາດຄົ້ນຫາໄດ້, ສ່ວນບາງຈຸດຍັງມີນ້ຳໄຫຼຜ່ານແຮງ;

ດັ່ງນັ້ນ, ຄະນະຮັບຜິດຊອບຈະນຳໃຊ້ລົດກົນຈັກທີ່ທັນສະໄໝເຂົ້າໄປຊ່ວຍຊອກຫາຜູ້ສູນຫາຍ ຈົນກວ່າຈະໄດ້ຄົບຕາມຕົວເລກແຈ້ງ.