ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ເປີດປະຊຸມສານຄົ້ນຄວ້າພິຈາລະນາສຳນວນຄະດີອາຍາ ພ້ອມທັງໄຕ່ສວນຈຳເລີຍ ຊື່ ທ້າວ ໄຊສະຫວັນ ອາຍຸ 28 ປີ ຢູ່ບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຂໍ້ຫາຄ້າຂາຍຢາເສບຕິດ ປະເພດຢາບ້າ ລວມຂອງກາງ 154 ເມັດ ແລະ ຕັດອິດສະຫຼະພາບ 5 ປີ ປັບໃໝ 10.000.000 ກີບ.
ການຄົ້ນຄວ້າພິຈາລະນາສຳນວນຄະດີ ແລະ ໄຕ່ສວນຈຳເລີຍ ໃນວັນທີ 24 ກໍລະກົດ 2018 ແລະ ເຫັນວ່າ: ນັບແຕ່ຖືກດຳເນີນຄະດີການກະທຳຂອງຈຳເລີຍເປັນການກະທຳທີ່ແຕະຕ້ອງເຖິງສະຖຽນລະພາບທາງດ້ານເສດຖະກິດຂອງຊາດ, ລະບຽບກ່ຽວກັບການຄວບຄຸມຢາເສບຕິດ, ການປ້ອງກັນຢາເສບຕິດຕໍ່ສຸຂະພາບຂອງບຸກຄົນອື່ນ, ສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ແກ່ສັງຄົມ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ. ກົດໝາຍມາດຕາ 2 ຂໍ້ 2 ວັກ 1 ຂອງກົດໝາຍ ວ່າດ້ວຍການປັບປຸງ ມາດຕາ 146 ຂອງກົດໝາຍອາຍາ ສະບັບປັບປຸງ 2013 ເຊິ່ງໄດ້ກຳນົດວ່າ: ບຸກຄົນໃດຫາກຜະລິດ, ປຸງແຕ່ງ ຫຼື ມີ ໄວ້ຄອບຄອງ, ຄ້າຂາຍ, ຈຳໜ່າຍ, ນຳເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ນຳຢາອີ, ຢາໄອສ໌ ຫຼື ວັດຖຸອອກຜະລິດຕໍ່ຈິດປະສາດຜ່ານ ສປປ ລາວ ເກີນ ກວ່າ 0,3 ກຼາມ ຫາ 100 ກຼາມ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ ຫ້າປີ ຫາ ສິບປີ ແລະ ຈະຖືກປັບໃໝແຕ່ 10.000.000 ກີບ ຫາ 1000.000.000 ກີບ ແລະ ຈະຖືກຮິບຊັບຕາມທີ່ໄດ້ກຳນົດໄວ້ ໃນມາດຕາ 3 ຂອງກົດໝາຍອາຍາ.


ນອກນີ້, ຈຳເລີຍຍັງເປັນບຸກຄົນທີ່ມີຊຳປະຊັນຍະສົມບູນດີ ແລະ ເຖິງອາຍຸກະສຽນທາງອາຍາຈຳເລີຍ ຮູ້ເຖິງຜົນສະທ້ອນຂອງການກະທຳຂອງຕົນວ່າ ຢາເສບຕິດເປັນສິ່ງທີ່ຜິດຕໍ່ກົດໝາຍອາຍາ ແຕ່ກໍຍັງມີເຈດຕະນາຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ຄອບຄອງ ໂດຍບໍ່ຖືກຕ້ອງຕາມກົດໝາຍ, ເຊິ່ງມັນໄດ້ສະແດງວ່າ ຈຳເລີຍໄດ້ ຊື້ຢາເສບຕິດຈຳນວນດັ່ງກ່າວມາ ໄວ້ເພື່ອຫວັງຜົນປະໂຫຍດ ໂດຍບໍ່ຖືກຕ້ອງຕາມກົດໝາຍ.


ຈາກຄຳຖະແຫຼງການຂອງອົງ ການໄອຍະການຈຳເລີຍໄດ້ຮັບສາລະພາບວ່າ: ໄດ້ເລີ່ມເສບຢາເສບຕິດມາແຕ່ເດືອນມິຖຸນາ 2016 ເປັນຕົ້ນມາ. ຫຼັງຈາກນັ້ນ, ຈຳເລີຍກໍໄດ້ໄປຊື້ຢາບ້ານຳ ທ້າວ ອ້າຍ ອາຍຸປະມານ 29 ປີ ບໍ່ຮູ້ທີ່ຢູ່ເອົາມາຂາຍ. ມາໃນວັນທີ 16 ມັງກອນ 2018 ປະມານ 12:00 ໂມງ ທ້າວ ອ້າຍ ໄດ້ເອົາຢາບ້າມາສົ່ງໃຫ້ຈຳເລີຍ ຢູ່ຮ້ານເກມ ບ້ານໂພນໄຊ ຈຳນວນ 154 ເມັດ ເມື່ອໄດ້ຢາບ້າແລ້ວ ຈຳເລີຍຍັງບໍ່ທັນໄດ້ເອົາໄປຂາຍ ກໍ ຖືກເຈົ້າໜ້າທີ່ຈັບຕົວ ພ້ອມຂອງກາງຢູ່ໃນຖົງໂສ້ງຂອງຈຳເລີຍໄປ ນຳເນີນຄະດີຕາມກົດໝາຍ.