ວັນທີ 31 ກໍລະກົດ ຜ່ານມາ, ກອງບັນຊາການ ປກສ ແຂວງຄຳມ່ວນ ມອບເງິນຈຳນວນ 50.000.000 ກີບ ໃຫ້ ຫ້ອງວ່າການ ແຂວງຄຳມ່ວນ ເພື່ອເປັນການປະກອບສ່ວນຊ່ວຍເຫຼືອປະຊາຊົນທີ່ປະສົບໄພນ້ຳຖ້ວມຈາກອຸບັດຕິເຫດຄູກັ້ນນໍ້າ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ທີ່ເມືອງສະໜາມໄຊ ແຂວງອັດຕະປື ໃນວັນທີ 23 ກໍລະກົດ ຜ່ານມາ, ກ່າວມອບໂດຍ ພັອ ແກ້ວດາວົງ ໄຊຍະແສງ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ພ້ອມຄະນະ, ກ່າວຮັບໂດຍ ທ່ານ ບຸນມີ ພິມມະສອນ ຮອງເຈົ້າແຂວງໆຄຳມ່ວນ ພ້ອມຄະນະ.

ພັອ ແກ້ວດາວົງ ໄຊຍະແສງ ໄດ້ກ່າວວ່າ: ເງິນທີ່ນໍາມາມອບໃນຄັ້ງນີ້ ແມ່ນເປັນການລະດົມຂົນຂວາຍຈາກພະນັກງານພາຍໃນກຳລັງ ປກສ ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນ້ຳຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື, ໃນການຈັດຕັ້ງປະຕິບັດສາມາດລະດົມທຶນຊ່ວຍເຫຼືອເປັນເງິນຈຳນວນ 50.000.000 ກີບ ເພື່ອເປັນການແບ່ງເບົາຄວາມສູນເສຍຂອງປະຊາຊົນຜູ້ຖືກຜົນກະທົບຈາກເຫດການດັ່ງກ່າວ ໃຫ້ມີກຳລັງໃຈໃນການດຳລົງຊີວິດຕໍ່ໄປ.

ທ່ານ ບຸນມີ ພິມມະສອນ ໄດ້ມອບໃບກຽດຕິຄຸນໃຫ້ກອງບັນຊາການ ປກສ ແຂວງຄຳມ່ວນ ພ້ອມທັງສະແດງຄວາມຂອບໃຈຕໍ່ກຳລັງ ປກສ ແຂວງຄຳມ່ວນ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອຄັ້ງນີ້ ເຊິ່ງມັນສະແດງເຖິງຄວາມເຫັນອົກເຫັນໃຈ, ເປັນຫ່ວງເປັນໄຍຕໍ່ຄອບຄົວທີ່ຖືກເຄາະຮ້າຍ.