ກົມນະໂຍບາຍ ກົມໃຫຍ່ການເມືອງ ກະຊວງ ປກສ ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ວາງແຜນການວຽກງານ 6 ເດືອນທ້າຍປີ 2018 ຂຶ້ນໃນວັນທີ 3 ສິງຫາ 2018 ເຂົ້າຮ່ວມມີ ພັອ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ຫົວໜ້າກົມ-ຮອງກົມ, ຫົວໜ້າ-ຮອງພະແນກ, ພະນັກງານ-ນັກຮົບອ້ອມຂ້າງ ກົມນະໂຍບາຍ ເຂົ້າຮ່ວມ.

ພັທ ນາງ ຈັນເດືອນ ເທພະວົງ ຫົວໜ້າກົມນະໂຍບາຍ ກ່າວວ່າ: ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ກົມນະໂຍບາຍ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບດ້ວຍຫຼາຍຮູບການ, ຫຼາຍເນື້ອໃນ, ຫຼາຍວິທີການ, ປຸກລະດົມເຂົ້າຮ່ວມຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມະຕິ, ຄໍາສັ່ງ, ເປັນເສນາທິການໃຫ້ ກົມໃຫຍ່ການເມືອງ ປກສ ໃນການຄົ້ນຄວ້າວາງແຜນການ, ວິທີການຈັດຕັ້ງປະຕິບັດນະໂຍບາຍຕໍ່ພະນັກງານ-ນັກຮົບ ແລະ ເບິ່ງແຍງດູແລພະນັກງານອາວຸໂສບໍານານ, ຄຸ້ມຄອງເອກະສານຂາເຂົ້າ-ຂາອອກ, ພິມໃບອະນຸມັດສ້າງຄອບຄົວ, ອອກຂໍ້ຕົກລົງລາພັກປິ່ນປົວຍາວນານ, ກວດກາເອກະສານຂໍ້ຕົກລົງອອກພັກການຮັບອຸດໜູນບໍານານ, ຂຶ້ນແຜນນໍາເອົາຂອງຂັວນລົງຢ້ຽມຢາມນາຍ ແລະ ພົນຕໍາຫຼວດນອນປິ່ນປົວຢູ່ໂຮງໝໍ, ຢ້ຽມຢາມຄອບຄົວອະດີດການນໍາ, ວາງພວງມາລາ, ກະຕ່າດອກໄມ້ ແລະ ວຽກງານອື່ນໆ ເຊັ່ນ: 6 ເດືອນຜ່ານມາ, ຂຶ້ນແຜນຜະລິດ ແລະ ຈ່າຍຫຼຽນກາປະເພດຕ່າງໆໄດ້ 435 ໜ່ວຍ, ໃບຍ້ອງຍໍປະເພດຕ່າງໆ 1.040 ໃບ, ຈ່າຍເງິນອຸດໜູນປະເພດຕ່າງໆໃຫ້ກົມກອງອ້ອມຂ້າງ ແລະ ທ້ອງຖິ່ນລວມເປັນເງິນ 13.421.929.935 ກີບ, ກວດກາ ແລະ ຜ່ານເອກະສານເງິນອຸດໜູນຕ່າງໆອ້ອມຂ້າງ ແລະ ທ້ອງຖິ່ນໄດ້ 127 ສະບັບ, ພິມໃບສັ່ງຈ່າຍໄດ້ 857 ສະບັບ, ຈ່າຍບັດປະກັນສຸຂະພາບໃຫ້ກົມກອງອ້ອມຂ້າງກະຊວງ ໄດ້ 13 ກົມກອງ ຈໍານວນ 6.942 ບັດ.

ສໍາລັບ 6 ເດືອນທ້າຍປີ 2018, ກົມນະໂຍບາຍ ຈະສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ, ຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ໂດຍສະເພາະແມ່ນຄົ້ນຄວ້າການສະເໜີຍ້ອງຍໍຂອງບັນດາກົມກອງໃຫ້ທັນກັບເວລາ ແລະ ຄວາມຮຽກຮ້ອງຕ້ອງການ, ສືບຕໍ່ທວງຖາມທີ່ໄດ້ນໍາເໜີຍ້ອງຍໍຕ່າງໆຈາກຂັ້ນເທິງໃຫ້ໄດ້ຕາມຈໍານວນ, ສືບຕໍ່ຄົ້ນຄວ້ານິຕິກໍາກ່ຽວກັບ ການປະຕິບັດນະໂນບາຍດ້ານຕ່າງໆຕໍ່ພະນັກງານ-ນັກຮົບ ແລະ ພະນັກງານບໍານານ, ຄົ້ນຄວ້າ ແລະ ປະກອບເອກະສານໃຫ້ນາຍຕໍາຫຼວດຜູ້ທີ່ຄົບມາດຖານເງື່ອນໄຂອອກພັກການຮັບອຸດໜູນບໍານານ.