ກະຊວງໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ໄດ້ຕິດຕາມສະພາບເສັ້ນທາງທີ່ຖືກດິນເຊາະເຈື່ອນ ແລະ ໂຄງການກັນຕາຝັ່ງເຈື່ອນຢູ່ແຄມແມ່ນໍ້າຂອງ ະຄອນປາກເຊ ແຂວງຈໍາປາສັກ.
ໃນທ້າຍເດືອນກໍລະກົດ 2018 ທີ່ ຜ່ານມາ, ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງ ຍທຂ ພ້ອມດ້ວຍຄະນະ ໄດ້ລົງກວດກາ ແລະ ຕິດຕາມໂຄງການກັນເຈື່ອນຢູ່ແຄມຂອງ ນະຄອນປາກເຊ ແຂວງຈຳປາສັກ, ຕິດຕາມກວດກາທາງຫຼວງແຫ່ງຊາດ 16 A ເຂດ ປາກຊ່ອງ ຫາ ຫຼັກ 52 ເມືອງສະໜາມໄຊ ແຂວງອັດຕະປື, ເຊິ່ງເປັນເສັ້ນທາງໜຶ່ງທີ່ໄດ້ຮັບຄວາມເສຍຫາຍຈາກຝົນຕົກໜັກ ເຮັດໃຫ້ທາງເຈື່ອນສ້າງຄວາມຫຍຸ້ງຍາກໃຫ້ຜູ້ທຽວທາງ ແລະ ເປັນ ເສັ້ນທາງທີ່ລໍາລຽງຂົນສົ່ງເຄື່ອງຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບໄພພິບັດ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ລວມທັງກວດກາເສັ້ນທາງຈຸດຂົວເຊກະຕາມ, ເຊິ່ງເປັນຈຸດທີ່ລົດຂົນເຄື່ອງຊ່ວຍເຫຼືອເກີດອຸບັດຕິເຫດ ແລະ ກວດ ເສັ້ນທາງຫ້ວຍເຫາະທີ່ຖືກນໍ້າເຊາະຂົວຂາດ; ພາຍຫຼັງສໍາເລັດກວດຢູ່ແຂວງຈໍາປາສັກ ທ່ານລັດຖະມົນຕີກະຊວງ ຍທຂ ໄດ້ເດີນທາງກວດກາວຽກທີ່ແຂວງອັດຕະປືຕື່ມອີກ.


ທ່ານ ສຸກຂະເສີມ ປາກດີມະນີວົງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຈຳປາສັກ ໃຫ້ຮູ້ວ່າ: ພາຍຫຼັງມີສະພາບຝົນຕົກເແຮງ ເຮັດໃຫ້ເສັ້ນທາງ, ຂົວຈໍານວນໜຶ່ງພາຍໃນແຂວງຈໍາປາສັກ ເສຍຫາຍ, ພະແນກ ຍທຂ ແຂວງໄດ້ມີການປັບປຸງແກ້ໄຂໃຫ້ກັບຄືນສູ່ສະພາບເດີມ ແລະ ນໍາໃຊ້ໄດ້ຢ່າງປົກກະຕິໃຫ້ຜູ້ທຽວທາງມີຄວາມສະດວກຂຶ້ນ; ສໍາລັບຜູ້ທີ່ທຽວທາງດັ່ງກ່າວແມ່ນໃຫ້ມີ ຄວາມລະມັດລະວັງສູງ.