ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ ແລະ ສສ ຫວຽດນາມ ຈະຮ່ວມກັນຈັດກອງປະຊຸມ ແລະ ວາງສະແດງຜົນງານກ່ຽວກັບ ການຖ່າຍທອດເຕັກໂນໂລຊີ ລາວ-ຫວຽດນາມ 2018 ລະຫວ່າງວັນທີ 9-10 ສິງຫານີ້ ຢູ່ນະຄອນຫຼວງວຽງຈັນ ເພື່ອສົ່ງເສີມການຖ່າຍທອດເຕັກໂນໂລຊີ, ເປີດໂອກາດໃຫ້ບັນດາຜູ້ປະກອບການ ແລະ ສະຖາບັນຄົ້ນຄວ້າຂອງສອງປະເທດໄດ້ພົບປະແລກປ່ຽນຂໍ້ມູນຂ່າວສານຮ່ວມກັນ.

ທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຖະແຫຼງຂ່າວຕ່ໍສື່ມວນຊົນ ໃນວັນທີ 3 ສິງຫາ 2018 ວ່າ: ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ ແລະ ສສ ຫວຽດນາມ ພ້ອມດ້ວຍຂະແໜງການພາກລັດ, ສະຖາບັນຄົ້ນຄວ້າ, ບັນດາມະຫາວິທະຍາໄລຕ່າງໆ, ນັກທຸລະກິດ ແລະ ຜູ້ປະກອບການທັງສອງປະເທດຈະຈັດກອງປະຊຸມຂຶ້ນໃນວັນທີ 9-10 ສິງຫາ 2018 ທີ່ສະຖາບັນຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ທີ່ບ້ານດອນຕິ້ວ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ກອງປະຊຸມຄັ້ງນີ້ເປັນຄັ້ງທໍາອິດ ໂດຍມີຈຸດປະສົງເພື່ອສົ່ງເສີມການຖ່າຍທອດເຕັກໂນໂລຊີ, ເປີດໂອກາດໃຫ້ບັນດາຜູ້ປະກອບການ ແລະ ສະຖາບັນຄົ້ນຄວ້າຂອງສອງປະເທດໄດ້ພົບປະແລກປ່ຽນຂໍ້ມູນຂ່າວສານ ພ້ອມທັງສ້າງເຄືອຂ່າຍສົ່ງເສີມການຜະລິດສິນຄ້າ ແລະ ສ້າງໂຄງການຮ່ວມມືການຖ່າຍທອດເຕັກໂນໂລຊີໃນອະນາຄົດ ແລະ ຍັງຈະເປັນເວທີແລກປ່ຽນເພື່ອສົ່ງເສີມການຮ່ວມມືໃນການຄົ້ນຄວ້າ ແລະ ຖ່າຍທອດເຕັກໂນໂລຊີ ລະຫວ່າງລັດ, ເອກະຊົນ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ພາກສ່ວນທຸລະກິດ, ແລະ ຜູ້ປະກອບການທັງສອງປະເທດ; ແນໃສ່ເຮັດໃຫ້ວຽກງານວິທະຍາສາດ ແລະ ເຕັກໂນໂລຊີເປັນກຳລັງເຄື່ອນທີ່ເຂັ້ມແຂງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ການຫັນປະເທດໃຫ້ເປັນອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ ເພື່ອເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາໃນປີ 2020.

ສະນັ້ນ, ຂໍເຊີນຊວນບັນດາຂະແໜງການພາກລັດ ແລະ ເອກະຊົນ, ຜູ້ປະກອບການທັງສອງປະເທດ ຈົ່ງປະກອບສ່ວນໃຫ້ການສະໜັບສະໜູນຊຸກຍູ້ຊ່ວຍເຫຼືອ ແລະ ເຂົ້າຮ່ວມງານພ້ອມທັງຢ້ຽມຊົມງານວາງສະແດງຜົນງານການຄົ້ນຄ້ວາ, ສິນຄ້າ ແລະ ຜະລິດຕະພັນໃນງານວາງສະແດງການຖ່າຍຖອດເຕັກໂນໂລຊີຄັ້ງນີ້ດ້ວຍ.