ທ້າຍເດືອນກໍລະກົດ 2018 ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ ພ້ອມດ້ວຍຄະນະໄດ້ລົງກວດກາເບິ່ງຄວາມເສຍຫາຍຂອງເສັ້ນທາງເມືອງໄຊສະຖານ, ເຊິ່ງໄດ້ຮັບຜົນກະທົບຈາກພາຍຸທີ່ພັດເຂົ້າ ແຂວງໄຊຍະບູລີ ໃນ ລະຫວ່າງກາງ-ທ້າຍເດືອນກໍລະກົດນີ້, ເຮັດໃຫ້ເສັ້ນທາງຫຼາຍເສັ້ນຂອງເມືອງໄຊສະຖານ ຖືກຕັດຂາດ ແລະ ເປ່ເພ, ປະຊາຊົນບໍ່ສາມາດສັນຈອນໄດ້.
ທ່ານ ກອງສີ ວົງສີ ເຈົ້າເມືອງໆໄຊສະຖານ ໄດ້ລາຍງານວ່າ: ສະພາບການເສຍ ຫາຍຂອງເສັ້ນທາງທີ່ໄດ້ຮັບຜົນກະທົບຈາກຝົນຕົກໜັກຫຼາຍວັນຕິດຕໍ່ກັນ, ເປັນ ຕົ້ນແມ່ນ ເສັ້ນທາງທີ່ຖືກດິນເຊາະເຈື່ອນຖົມ ຈົນເຮັດໃຫ້ທາງຂາດ ແລະ ບໍ່ສາມາດ ໄປ-ມາຫາສູ່ກັນໄດ້ເຊັ່ນ: ເສັ້ນທາງລະຫວ່າງບ້ານສັນແຕ ຫາ ບ້ານສະແມດໃຫຍ່ ແມ່ນຖືກດິນເຈື່ອນຖົມ, ເສັ້ນທາງແຕ່ເທດສະບານເມືອງ ຫາ ຊາຍແດນລາວ-ໄທ ແມ່ນຖືກນໍ້າເຊາະຂາດເປັນຍ່ານ, ຕໍ່ກັບສະພາບການດັ່ງກ່າວ ອົງການປົກຄອງ ແຂວງ ກໍໄດ້ໃຫ້ບໍລິສັດ ວາດສະໜາ ກໍ່ສ້າງຂົວທາງ ຈຳກັດ ຊ່ວຍແກ້ໄຂ ແລະ ສ້ອມແປງເສັ້ນທາງທີ່ເຫັນວ່າມີຄວາມຈໍາເປັນໃຫ້ທຽວໄດ້ເປັນປົກກະຕິ ເປັນຕົ້ນ ແມ່ນ ເສັ້ນທາງລະຫວ່າງບ້ານສັນແຕ ຫາ ບ້ານສະແມດໃຫຍ່, ສ່ວນເສັ້ນທາງທີ່ ຖືກຕັດຂາດນັ້ນແມ່ນໃຫ້ບໍລິສັດ ວາດສະໜາ ຄິດໄລ່ອອກແບບ ເພື່ອຈະຂຶ້ນແຜນຫາງົບປະມານມາກໍ່ສ້າງ ແລະ ສ້ອມແປງຕໍ່ໄປ.
ຈາກນັ້ນ ທ່ານເຈົ້າແຂວງກໍໄດ້ຮຽກຮ້ອງໃຫ້ບໍລິສັດດັ່ງກ່າວ ຈົ່ງເລັ່ງມືໃນການ ສ້ອມແປງເສັ້ນທາງທີ່ເປ່ເພນັ້ນໃຫ້ກັບມາໃຊ້ໄດ້ປົກກະຕິ, ທັງນີ້ກໍເພື່ອອຳນວຍ ຄວາມສະດວກໃນການໄປ-ມາຫາສູ່ກັນຂອງປະຊາຊົນ ກໍຄືແມ່ຄ້າຊາວຂາຍທີ່ທຽວ ຄ້າຂາຍ ແລະ ແລກປ່ຽນສິນຄ້າໃນເຂດນັ້ນ.