ກະຊວງ ປກສ ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມທິດຊີ້ນຳຂອງກົມການເມືອງສູນກາງພັກ ກ່ຽວກັບ ສະພາບການທີ່ພົ້ນເດັ່ນທີ່ພົວພັນເຖິງວຽກງານປ້ອງກັນຄວາມສະຫງົບ ໃນວັນທີ 2 ສິງຫາ 2018, ມີບັນດາຄະນະພັກກະຊວງ, ພະນັກງານຫຼັກແຫຼ່ງອ້ອມຂ້າງ ກະຊວງ ປກສ ເຂົ້າຮ່ວມ.

ພົຕ ສົມແກ້ວ ສີລາວົງ ເລຂາທິການສູນກາງພັກ ລັດຖະມົນຕີກະຊວງ ປກສ ໄດ້ເຜີຍແຜ່ທິດຊີ້ນຳຂອງກົມການເມືອງສູນກາງພັກ ກ່ຽວກັບ ສະພາບການທີ່ພົ້ນເດັ່ນທີ່ພົວພັນເຖິງວຽກງານປ້ອງກັນຄວາມສະຫງົບ ເພື່ອເຮັດໃຫ້ຄະນະພັກ, ຄະນະບັນຊາແຕ່ລະຂັ້ນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ຄວາມໝາຍຄວາມສຳຄັນຕາມທິດຊີ້ນຳຂອງກົມການເມືອງສູນກາງພັກ

ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ເພື່ອພ້ອມກັນນຳເອົາເນື້ອໃນເອກະສານສຳຄັນດັ່ງກ່າວ ໄປຈັດຕັ້ງຜັນຂະຫຍາຍໃຫ້ບັນດາສະມາຊິກພັກ, ພະນັກງານ-ນັກຮົບຢູ່ກົມກອງຂອງຕົນໃຫ້ເກີດປະໂຫຍດສູງສຸດ ແລະ ເຮັດໃຫ້ພະນັກງານ-ນັກຮົບທຸກສະຫາຍ ມີສະຕິຕື່ນຕົວເປັນເຈົ້າການປະກອບສ່ວນເຂົ້າໃນວຽກງານວິຊາສະເພາະ

ໂດຍສະເພາະແມ່ນເປັນເຈົ້າການພ້ອມກັນສຸມໃສ່ປະຕິບັດວຽກງານຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ເພື່ອຮັບປະກັນໃຫ້ວັນບຸນ, ກອງປະຊຸມສຳຄັນຕ່າງໆຂອງພັກ, ຂອງຊາດທີ່ຈະຈັດຂຶ້ນໃນຕໍ່ໜ້າມີຄວາມສະຫງົບ-ປອດໄພ 100%.