ພະຍາດຄໍໜຽງກິນເລືອດ ແມ່ນເກີດຈາກການເສຍສົມດູນຂອງຮໍໂມນໄທຣອຍ ໂດຍບໍ່ຮູ້ສາເຫດ ແລະ ບໍ່ກ່ຽວຂ້ອງກັບອາຫານ ທະເລ ແຕ່ມີປັດໄຈບາງຢ່າງທີ່ກ່ຽວ    ຂ້ອງດັ່ງລຸ່ມນີ້:
1. ເພດຍິງ ມີຄວາມສ່ຽງການເກີດເປັນພະຍາດຄໍໜຽງກິນເລືອດຫຼາຍກວ່າຜູ້ຊາຍ 4-8 ເທົ່າ.
2. ກຳມະພັນ ບາງຄອບຄົວເປັນທັງແມ່ ແລະ ລູກສາວ.
3. ຄວາມກັງວົນທາງຈິດໃຈ ພົບວ່າເຮັດໃຫ້ເກີດອາການຄໍໜຽງກິນເລືອດໄດ້.


ໜຽງກິນເລືອດ ອາດສ້າງຮໍໂມນອອກມາຫຼາຍເກີນໄປ ເຮັດໃຫ້ຄໍມີຂະໜາດໃຫຍ່ຂຶ້ນ ຈົນເຫັນໄດ້ຊັດເຈນ ຖ້າເອົາມືຈັບເບິ່ງຕ່ອມກ້ອງຄາງ ຈະພົບລັກສະນະອ່ອນໆບໍ່ແຂງ ເນື່ອງຈາກມີເລືອດໄປລ້ຽງຫຼາຍກວ່າປົກກະຕິ.
ການດື່ມນຳ້ໄດ້ຄື: ໃຊ້ນ້ຳຄັ້ນ ຈາກໃບຢານາງເປັນປະຈຳ ຈະ ຊ່ວຍບັນເທົາພະຍາດຄໍໜຽງກິນເລືອດໄດ້, ໂດຍຄັ້ນເອົານ້ຳຢານາງ ມາດື່ມ ຫຼື ນຳໄປຕົ້ມໃນນ້ຳສະອາດ ແລ້ວຈຶ່ງດື່ມກໍໄດ້ເຊັ່ນກັນ. ນອກຈາກ, ດື່ມນ້ຳຄັ້ນຢານາງແລ້ວທ່ານ ປັບນິໄສການກິນຕື່ມອີກ ໂດຍປ່ຽນມາກິນອາຫານ ເຊັ່ນ: ບໍ່ກິນຊີ້ນສັດ, ກິນປາປີ້ງ ຫຼື ປາໜຶ້ງ ທາເກືອ ເພື່ອເສີມທາດໄອໂອດິນ ກິນຜັກໝາກໄມ້ເຊັ່ນ: ໝາກໂມ, ໝາກນັດ, ແອັບເປິ້ນ ແລະ ອາ ຫານປະເພດຜັກລວກເປັນປະຈຳ ເຊັ່ນ: ຜັກກາດຂາວ, ໝາກເລັ່ນ, ຫົວກາຣົດຂາວ, ໝາກແຕງ, ຜັກຫວານ, ໝາກຖົ່ວແປບ, ດອກຜັກກາດ.
ດື່ມນ້ຳຄັ້ນຢານາງເປັນປະຈຳ ແລ້ວຈະເຮັດໃຫ້ຫາຍດີພາຍໃນ 3-4 ເດືອນ ແລະ ເຮັດຕາມຄຳ ແນະນຳນີ້ຄ່າໄທຣອຍ ກໍຈະຫຼຸດ ລົງ 50% ແຕ່ຕ້ອງກິນນ້ຳຢານາງໄປຕະຫຼອດ ເພື່ອສ້າງຄວາມສົມດູນໃນຮ່າງກາຍຮັກສາໄດ້ດ້ວຍ ທຳ ມະຊາດບຳບັດ.


ໃນທາງການແພດບູຮານລະບຸວ່າ: ພະຍາດຄໍໜຽງກິນອາຫານເລືອດ ເກີດຈາກການກິນທີ່ບໍ່ສົມດູນ ກິນອາຫານທີ່ມີສານຮ້ອນຫຼາຍກວ່າເຢັນ ຈະເຮັດໃຫ້ພາຍໃນຮ່າງກາຍຮ້ອນເກີນ ຈົນເຮັດໃຫ້ການເຮັດວຽກຂອງຕ່ອມໄທຣອຍຜິດປົກກະຕິ.


ຫຼີກລ່ຽງການກິນຜັກ ແລະ ໝາກໄມ້ທີ່ມີສານຮ້ອນໃນເຊັ່ນ: ຜັກກະລ່ຳປີ, ຫົວຜັກບົ່ວແດງ, ຫົວກາຣົດສີສົ້ມ, ໝາກຖົ່ວຍາວ, ກະທຽມ, ໝາກອຶ, ຫົວສີໄຄ, ຫົວ ຂ່າ, ຫົວຂີງ, ໝາກເຜັດ, ໝາກທຸລຽນ, ໝາກສີດາ, ໝາກລຳ ໄຍ ແລະອື່ນໆ. ນອກນັ້ນ, ຍັງມີວິທີທຳມະຊາດບຳບັດພະຍາດຄໍໜຽງກິນເລືອດໄດ້ແບບປະສົມປະສານ ໂດຍການອອກກຳລັງກາຍແກວ່ງແຂນ ເປັນປະຈຳວັນລະ 20 ນາທີ ຈະຊ່ວຍບັນເທົາໃຫ້ພະຍາດດັ່ງກ່າວຫາຍດີ.