ກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍສະຫະພັນນັກຮົບເກົ່າ ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 2 ສິງຫາ 2018, ໂດຍມີ ທ່ານ ຈັນທະລາ ອິນທະລັງສີ ເຈົ້າເມືອງໆໄຊທານີ, ພັທ ສີສະໝຸດ ຄຸດສຸລິນ ປະທານສະ ຫະພັນນັກຮົບເກົ່າເມືອງ, ມີຄະນະປະທານສະຫະພັນນັກຮົບເກົ່າ ບ້ານດົງ ໝາກຄາຍ ແລະ ສະມາຊິກເຂົ້າຮ່ວມ.

ຮທ ທອງເຄນ ວົງຄຳພາ ປະທານສະຫະພັນນັກຮົບເກົ່າ ບ້ານດົງໝາກຄາຍ ທັງເປັນປະທານກອງປະຊຸມໄດ້ຜ່ານບົດສະຫຼຸບໃຫ້ຮູ້ວ່າ: ໃນ 5 ປີຜ່ານມາ (2013-2017) ຄະນະສະຫະພັນໜ່ວຍນັກຮົບເກົ່າບ້ານ ໄດ້ສຶກສາອົບຮົມດ້ານການເມືອງ-ແນວຄິດ ເພື່ອເຮັດໃຫ້ສະມາຊິກນັກຮົບເກົ່າບ້ານ ແຕ່ລະສະຫາຍເສີມຂະຫຍາຍທາດແທ້ ມູນເຊື້ອປະຕິວັດຕັ້ງໜ້າເປັນເສນາທິການໃຫ້ຄະນະພັກບ້ານໃນການພັດທະນາບ້ານ, ແກ້ໄຂຊີວິດການເປັນຢູ່ໃຫ້ປະຊາຊົນທຸກຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ, ໄດ້ຈັດຕັ້ງກອງທຶນຊ່ວຍເຫຼືອເຊິ່ງກັນແລະກັນ ມີສະມາຊິກເຂົ້າຮ່ວມ 40 ສະຫາຍ, ຍິງ 9 ສະຫາຍ, ປັດຈຸບັນມີເງິນກອງທຶນ 4.100.000 ກີບ; ອັນພົ້ນເດັ່ນແມ່ນວຽກງານນະໂຍບາຍໄດ້ປະຕິບັດນະໂຍບາຍຕາມແນວທາງຂອງພັກວາງອອກ ເຊັ່ນ: ຊ່ວຍເຫຼືອເບິ່ງແຍງຜູ້ເຈັບເປັນ-ເສຍຊີວິດ ຫຼື ມີຂໍ້ຫຍຸ້ງຍາກ ເປັນຕົ້ນແມ່ນໃຫ້ແຕ່ລະຈຸໃກ້ຊິດຕິດຕາມສະມາຊິກຖ້າສະຫາຍໃດມີການເຈັບເປັນຂັ້ນຕ່າງໆ ກໍໄດ້ຈັດຕັ້ງກັນເບິ່ງແຍງຖ້າມີການເສຍຊີວິດກໍໄດ້ຈັດຕັ້ງຄົບງັນ ແລະ ວາງພວງມາລາ ຈັດຕັ້ງຮັບຜິດຊອບພິທີສົ່ງສະການຕາມຮີດຄອງປະເພນີຈົນເຖິງສຳເລັດ ແລະ ມີການລາຍງານຄິດໄລ່ເງິນອຸດໜູນເສຍຊີວິດສົ່ງໃຫ້ຂັ້ນເທິງປະຕິບັດນະໂຍບາຍຕາມຂໍ້ກຳນົດຂັ້ນເທິງວາງອອກ.

ທິດທາງໃນຕໍ່ໜ້າ, ໜ່ວຍສະຫະພັນນັກຮົບເກົ່າບ້ານຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ປະຕິບັດຄຳສັ່ງແຈ້ງການຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ, ສູ້ຊົນປັບປຸງໜ່ວຍສະຫະພັນນັກຮົບເກົ່າຂອງບ້ານໃຫ້ເຂົ້າຮ່ວມທຸກການເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບພາຍໃນບ້ານ, ສືບຕໍ່ຊຸກຍູ້ພະນັກງານບຳເນັດບຳນານໃຫ້ສຸມໃສ່ການປູກຝັງ-ລ້ຽງສັດ ເພື່ອແກ້ໄຂຊີວິດການເປັນຢູ່ພາຍໃນຄອບຄົວໃຫ້ດີຂຶ້ນເປັນກ້າວໆ.

ໃນກອງປະຊຸມຍັງມີການປ່ອນບັດເລືອກຄະນະໜ່ວຍຊຸດໃໝ່ ໂດຍມີຜູ້ລົງສະໝັກທັງໝົດ 3 ສະຫາຍ ເລືອກເອົາ 2 ສະຫາຍ ແລະ ເຫັນດີເປັນ ເອກະພາບເລືອກເອົາ ພັທ ພົມທອງ ວິລະຊົນ ເປັນປະທານ ແລະ ຮທ ທອງ ເຄນ ວົງຄຳພາ ເປັນຮອງປະທານ.