ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ສິງຫານີ້ວ່າ: ໂດລາສະຫະລັດ ແຂງຄ່າເມື່ອທຽບກັບສະກຸນເງິນຫຼັກໆ ໃນການຊື້ຂາຍໃນຕະຫຼາດເງິນຕາຕ່າງປະເທດ ນິວຢອກ ເນື່ອງຈາກນັກລົງທຶນເຂົ້າຊື້ໂດລາ ເຊິ່ງເປັນຊັບສິນທີ່ປອດໄພ ຫຼັງຈາກ ສະຫະລັດອາເມລິກາ ປະກາດຄວ່ຳບາດ ອີຣານ ຄັ້ງໃໝ່ ໂດຍມີຜົນບັງຄັບໃຊ້ແລ້ວ ສ່ວນເງິນປອນອ່ອນຄ່າລົງ ທ່າມກາງຄວາມວິຕົກກັງວົນກ່ຽວກັບ ຄວາມບໍ່ຮຽບຮ້ອຍຂອງຂະບວນການເບຣັກຊິດ; ຂະນະດຽວກັນ, ນັກລົງທຶນເຝົ້າຕິດຕາມຂໍ້ມູນເສດຖະກິດທີ່ສຳຄັນຂອງ ສະຫະລັດອາເມລິກາ ໃນອາທິດນີ້ ເຊິ່ງລວມເຖິງຕົວເລກເງິນເຟີ້ ແລະ ຈຳນວນຜູ້ຂໍຮັບສະຫວັດດີການວ່າງງານ ປະຈຳອາທິດ.

ໂດລາ ແຂງຄ່າເມື່ອທຽບກັບ ເງິນເຢນ ທີ່ລະດັບ 111,39 ເຢນ ຈາກລະດັບ 111,23 ເຢນ ແລະ ແຂງຄ່າເມື່ອທຽບກັບ ຟຣັງສະວິດ ທີ່ລະດັບ 0,9963 ຟຣັງ ຈາກລະດັບ 0,9940 ຟຣັງ.

ເອີໂຣ ອ່ອນຄ່າລົງເມື່ອທຽບກັບ ໂດລາສະຫະລັດ ທີ່ລະດັບ 1,1553 ໂດລາ ຈາກລະດັບ 1,1579 ໂດລາ ຂະນະທີ່ ເງິນປອນ ອ່ອນຄ່າລົງສູ່ລະດັບ 1,2943 ໂດລາ ຈາກລະດັບ 1,3009 ໂດລາ ແລະ ໂດລາອົດສະຕຣາລີ ອ່ອນຄ່າລົງສູ່ລະດັບ 0,7389 ໂດລາສະຫະລັດ ຈາກລະດັບ 0,7404 ໂດລາສະຫະລັດ.

ນັກລົງທຶນເຂົ້າຊື້ໂດລາໃນຖານະຊັບສິນທີ່ປອດໄພ ຫຼັງຈາກທຳນຽບຂາວ ປະກາດວ່າ: ສະຫະລັດອາເມລິກາ ຈະຮື້ຟື້ນມາດຕະການຄວ່ຳບາດຕໍ່ພາກການເງິນ ແລະ ອຸດສາຫະກຳຂອງອີຣານ ເຊິ່ງເລີ່ມມີຜົນບັງຄັບໃຊ້ແຕ່ນີ້ໄປ ແລະ ຖືເປັນມາດຕະການຮອບທຳອິດ ກ່ອນທີ່ ສະຫະລັດອາເມລິກາ ຈະອອກມາກຕະການຄວ່ຳບາດຮອບ 2 ໃນເດືອນພະຈິກນີ້ ເຊິ່ງຈະເນັ້ນເປົ້າໝາຍໄປຍັງການເຮັດທຸລະກຳຂອງທະນາຄານກາງ, ການສົ່ງອອກນ້ຳມັນ ແລະ ການຂົນສົ່ງສິນຄ້າທາງເຮືອຂອງອີຣານ.

ຂະນະທີ່, ເງິນປອນ ອ່ອນຄ່າລົງ ຫຼັງຈາກທີ່ ທ່ານ ລຽມ ຟັອກ ລັດຖະມົນຕີວ່າການກະຊວງການຄ້າລະຫວ່າງປະເທດຂອງອັງກິດ ລະບຸວ່າ: ມີໂອກາດສູງຂຶ້ນທີ່ ອັງກິດ ຈະບໍ່ມີການເຮັດຂໍ້ຕົກລົງເບຣັກຊິດ ເນື່ອງຈາກຄະນະກຳມະການເອີຣົບ (EC) ມີທ່າທີທີ່ບໍ່ຕ້ອງການປານີປານອມກັບອັງກິດ, ໂດຍທ່ານ ຟັອກ ກ່າວວ່າ: ໂອກາດທີ່ ອັງກິດ ຈະປະສົບຄວາມຫຼົ້ມເຫຼວໃນການເຮັດຂໍ້ຕົກລົງນັ້ນ ຢູ່ທີ່ 40-60%.

ນັກລົງທຶນຍັງຄົງເຝົ້າຕິດຕາມສະຖານະການການຄ້າລະຫວ່າງ ສະຫະລັດອາເມລິກາ ແລະ ຈີນ ຢ່າງໃກ້ຊິດ ຫຼັງຈາກທີ່ ຈີນ ຂູ່ວ່າຈະຮຽກເກັບພາສີສິນຄ້ານຳເຂົ້າຈາກ ສະຫະລັດອາເມລິກາ ເປັນວົງເງິນ 6 ໝື່ນລ້ານໂດລາສະຫະລັດ ໂດຍຄິດອັດຕາພາສີ 25%, 20%, 10% ແລະ 5% ຕໍ່ສິນຄ້າ 5.207 ລາຍການ ຂອງ ສະຫະລັດອາເມລິກາ ເຊິ່ງທາງຈີນຈະດຳເນີນການຮຽກເກັບພາສີດັ່ງກ່າວ ຖ້າຫາກ ສະຫະລັດອາເມລິກາ ເດີນໜ້າຈັດເກັບພາສີສິນຄ້ານຳເຂົ້າຄໍ່ສິນຄ້າຈີນ ວົງເງິນ 2 ແສນລ້ານໂດລາສະຫະລັດ.

ນອກຈາກນີ້, ນັກລົງທຶນຍັງເຝົ້າຕິດຕາມຂໍ້ມູນເສດຖະກິດ ສະຫະລັດອາເມລິກາ ທີ່ຈະມີການເປີດເຜີຍໃນອາທິດນີ້ ໄດ້ແກ່ ຈຳນວນຜູ້ຂໍຮັບສະຫວັດດີການວ່າງງານ ປະຈຳອາທິດ, ດັດສະນີລາຄາຜູ້ຜະລິດ (PPI) ເດືອນກໍລະກົດ, ດັດສະນີລາຄາຜູ້ບໍລິໂພກ (CPI) ເດືອນກໍລະກົດ ແລະ ສິນຄ້າຄ້າງສາງຂອງພາກການຄ້າຂາຍສົ່ງ ຂອງເດືອນມິຖຸນາ.