ໃນວັນທີ 7 ສິງຫານີ້, ໃນລະຫວ່າງການເດີນທາງໄປສັງເກດການ ການປະຕິບັດໜ້າທີ່ມອດໄຟໄໝ້ປ່າຂອງທີມມອດໄຟຈາກນາໆປະເທດ ທີ່ ປະເທດຊູແອັດ ທ່ານ ຄຣິສຕອສ ສະໄຕເລຍນິເດສ ກຳມາທິການເອີຣົບດ້ານຄວາມຊ່ວຍເຫຼືອທາງມະນຸດຊະທຳ ແລະ ການຮັບມືພາວະວິກິດ

ຢືນຢັນວ່າ: ຂະນະນີ້, ໂລກກຳລັງປະເຊີນກັບບັນຫາໂລກຮ້ອນຢ່າງແທ້ຈິງ ເຖິງວ່າສະຖານະການໄຟໄໝ້ປ່າ ໃນ ປັອກຕຸຍການ ແລະ ແອັດສະປາຍ ຈະເກີດຂຶ້ນເປັນປະຈຳ ແຕ່ບໍ່ແມ່ນເກີດຂຶ້ນໄວຕັ້ງແຕ່ໄລຍະຕົ້ນຂອງລະດູຮ້ອນ ຢ່າງທີ່ເປັນຢູ່ໃນປັດຈຸບັນ.

ທ່ານ ກ່າວຢ້ຳຕື່ມວ່າ: ການປະຕິບັດຕາມຂໍ້ຕົກລົງຫຼຸດໂລກຮ້ອນປາຣີ ເປັນວິທີການດຽວທີ່ຈະແກ້ບັນຫາໂລກຮ້ອນ ຂະນະທີ່ ປະທານາທິບໍດີ ໂດໂນ ທຣຳ ຂອງ ສະຫະລັດອາເມລິກາ ປະກາດຖອນຕົວຈາກຂໍ້ຕົກລົງສະບັບນີ້.