ນັບແຕ່ເຫດການນໍ້າຖ້ວມໄດ້ເກີດຂຶ້ນຢູ່ບັນດາແຂວງຂອງ ສປປ ລາວ ເປັນຕົ້ນແມ່ນແຂວງອັດຕະປື, ແຂວງຄຳມ່ວນ, ແຂວງບໍລິຄຳໄຊ, ແຂວງອຸດົມໄຊ ເຮັດໃຫ້ປະຊາຊົນຫຼາຍຄອບຄົວສູນເສຍທີ່ຢູ່ອາໄສ, ບ່ອນທຳມາຫາກິນ ( ໄຮ່ນາ, ສວນ ), ຮ້າຍແຮງໄປກວ່ານັ້ນແມ່ນສູນເສຍຄົນໃນຄອບຄົວ;

ຄວາມສູນເສຍທີ່ເກີດຈາກໄພນໍ້າຖ້ວມ ກໍຍັງມີນໍ້າໃຈຈາກຫຼາຍພາກສ່ວນທີ່ນຳມາມອບໃຫ້ຜູ້ປະສົບໄພ ອັນປະກອບສ່ວນເປັນກຳລັງໃຈໃຫ້ຜູ້ປະສົບໄພມີຊີວິດດີຂຶ້້ນ.

ນັບແຕ່ມື້ເກີດເຫດຈົນເຖິງປັດຈຸບັນ, ຍັງມີຫຼາຍພາກສ່ວນສືບຕໍ່ນຳເອົາເຄື່ອງອຸປະໂພກ-ບໍລິໂພກມາມອບໃຫ້ຜູ້ປະສົບໄພ ຄື: ຫຼາຍພາກສ່ວນທີ່ດໍາເນີນທຸລະກິດຢູ່ແຂວງໄຊຍະບູລີ ແລະ ບັນດາພະແນກການ-ກົມກອງ, ບັນດາເມືອງທົ່ວແຂວງ ແລະ ຄອບຄົວການນຳພ້ອມດ້ວຍປະຊາຊົນບັນດາເຜົ່າທົ່ວແຂວງໄຊຍະບູລີ ມອບເສື້ອ-ຜ້າ, ເຄື່ອງນຸ່ງຮົ່ມ, ເຄື່ອງອຸປະໂພກ-ບໍລິໂກກ, ນໍ້າດື່ມ-ນໍ້າໃຊ້ ແລະ ເງິນສົດຈໍານວນໜຶ່ງ, ລວມຍອດການຊ່ວຍເຫຼືອວັດຖຸ-ເງິນຄໍາ ແຕ່ວັນທີ 24 ກໍລະກົດ ມາເຖິງປັດຈຸບັນມີຈໍານວນ 456 ລ້ານກວ່າກີບ,

ໃນນັ້ນມູນຄ່າເຄື່ອງຈໍານວນ 244 ລ້ານກວ່າກີບ. ນອກນັ້ນ, ຍັງມີຫ້ອງວ່າການແຂວງໄຊຍະບູລີ ມອບເງິນຈໍານວນ 100 ລ້ານກີບ ລວມທັງໝົດ 556 ລ້ານກວ່າກີບ.

ຮາກຖານຊາວໜຸ່ມ ປກສ ແຂວງສາລະວັນ ນຳໂດຍ ພັທ ດວງເພັດ ພົມມະຈັນ ເລຂາຮາກຖານຊາວໜຸ່ມ ປກສ ແຂວງສາລະວັນ ໄດ້ມອບເງິນສົດ 2 ລ້ານກີບ ແລະ ເຄື່ອງບໍລິໂພກ-ອຸປະໂພກ ລວມມູນຄ່າ 8 ລ້ານກີບ ໃຫ້ຄະນະຮັບຜິດຊອບ ແລະ ປະຊາຊົນຊາວເມືອງສະໜາມໄຊ ແຂວງອັດຕະປື ແລະ ຈຸພັກເຊົາຊົ່ວຄາວຢູ່ທີ່ໂຮງຮຽນມັດທະຍົມຕອນປາຍ ເມືອງສະໜາມໄຊ.

ນອກນັ້ນ, ຍັງມີ ຄະນະຮັບຜິດຊອບໄພພິບັດຂັ້ນແຂວງບໍລິຄໍາໄຊ ໄດ້ຮັບເຄື່ອງນຸ່ງຫົ່ມ, ນໍ້າດື່ມ, ເຂົ້າສານ, ໝີ່, ປາກະປ໋ອງ, ຢາປົວພະຍາດ ແລະ ເຄື່ອງໃຊ້ອື່ນໆອີກຈຳນວນໜຶ່ງ ຈາກຄະນະໜ່ວຍງານໂຄງການມິດຕະພາບສອງຝັ່ງ ໄທ-ລາວ ຮ່ວມກັບຈິດອາສາໜ່ວຍພະຣາດຊະທານ ແລະ ປະຊາຊົນຈິດອາສາຈາກຈັງຫວັດບຶງການ ປະເທດໄທ

ມອບໂດຍ ພັນຕໍາຫຼວດໂທ ບໍດິນ ຮ້ອຍພິມພາ ສາລາວັດຕໍາຫຼວດກວດຄົນເຂົ້າ-ອອກເມືອງ ຈັງຫວັດບຶງການ ປະເທດໄທ ແລະ ກ່າວຮັບໂດຍ ທ່ານ ປອ ດວງຕາ ມໍລະຄາສຸກ ຫົວໜ້າຫ້ອງວ່າການປົກຄອງແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.