ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ VIII ປະຈໍາເຂດເລືອກຕັ້ງທີ I ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສສ ນວ) ຊຸດທີ I ໄດ້ລົງເຄື່ອນໄຫວພົບປະ ແລະ ເຜີຍແຜ່ຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ I ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນວັນທີ 2 ສິງຫາ 2018, ນໍາໂດຍ ພັອ ບົວເງິນ ຫົງໄຂຄຳ ສສຊ ປະຈໍາເຂດເລືອກຕັ້ງທີ I ພ້ອມດ້ວຍຄະນະ, ມີບັນດາຫົວໜ້າກອງບັນຊາການປກຊ-ປກສ ເມືອງ, ປກສ ກຸ່ມບ້ານ, ເລຂາພັກໜ່ວຍພັກບ້ານ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ທ່ານ ຈັນທະລາ ອິນທະລັງສີ ເຈົ້າເມືອງໆໄຊທານີ ໄດ້ຂຶ້ນລາຍງານວ່າ: ເມືອງໄຊທານີ ມີ 104 ບ້ານ ແບ່ງອອກເປັນ 11 ກຸ່ມບ້ານ, 39.441 ຄອບຄົວ, ມີພົນລະເມືອງທັງໝົດ 196.565 ຄົນ ຍິງ 98.350 ຄົນ. ໃນນີ້, ໄດ້ນໍາພາປັບປຸງອົງການປົກຄອງພາຍໃນບ້ານ ເປັນຕົ້ນແມ່ນວຽກງານກໍ່ສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເຊິ່ງມີການຕິດຕາມກວດກາ ແລະ ຊູກຍູ້ຢ່າງຕໍ່ເນື່ອງສາມາດຈັດແບ່ງປະເພດໄດ້ປະເພດແຂງ 143 ໜ່ວຍພັກ, ກາງ 22 ໜ່ວຍພັກ; ພ້ອມທັງ, ເອົາໃຈໃສ່ໃນການຂຶ້ນແຜນກຳນົດພະນັກງານ-ນໍາພາ, ຍົກສູງທາງດ້ານຄຸນນະພາບ, ເອົາໃຈໃສ່ກໍ່ສ້າງ ແລະ ບຳລຸງພະນັກງານໃຫ້ໄດ້ຮັບການເປີດກວ້າງດ້ວຍຫຼາຍລະດັບ, ຫຼາຍວິທີໃຫ້ສອດຄ່ອງ, ເໝາະສົມຂຶ້ນກວ່າເກົ່າ.

ໃນໄລຍະ 6 ເດືອນຜ່ານມາ, ທົ່ວເມືອງມີຄະດີເກີດຂຶ້ນທັງໝົດ 172 ເລື່ອງ, ມ້າງໄດ້ 412 ເລື່ອງ (ລວມທັງຄະດີທີ່ເຄີຍເກີດຂຶ້ນໃນໄລຍະຜ່ານມາ), ສາມາດກັກຕົວຜູ້ຖືກຫາໄດ້ 194 ຄົນ ຍິງ 21 ຄົນ ແລະ ຫຼາຍກວ່າໝູ່ແມ່ນຄະດີລັກຊັບພົນລະເມືອງ ເກີດຂຶ້ນທັງໝົດ 88 ເລື່ອງ, ຊິງຊັບ 6 ເລື່ອງ, ປຸ້ນຊັບ 5 ເລື່ອງ ແລະ ຄາດຕະກໍາ 4 ເລື່ອງ. ສ່ວນອຸບັດຕິເຫດເກີດຂຶ້ນທັງໝົດ 100 ຄັ້ງ, ເສຍຊິວິດ 28 ຄົນ ຍິງ 7 ຄົນ ແລະ ມີອັກຄີໄພເກີດຂຶ້ນທັງໝົດ 32 ຄັ້ງ.

ໃນໂອກາດດຽວກັນ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ສະພາປະຊາຊົນ ນວ ຊຸດທີ I ເຊິ່ງກອງປະຊຸມໄດ້ພິຈາລະນາຮັບຮອງເອົາຫຼາຍບັນຫາທີ່ສຳຄັນ; ພ້ອມນີ້, ຍັງໄດ້ຮັບຟັງຄຳຄິດຄຳເຫັນ, ຄໍາສະເໜີ ແລະ ບັນຫາຂ້ອງໃຈຂອງພໍ່ແມ່ປະຊາຊົນ ເປັນຕົ້ນແມ່ນແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ບັນຫາລາຍຮັບ-ລາຍຈ່າຍຂອງຊາວກະສິກອນ ເມື່ອທຽບໃສ່ຕົ້ນທຶນການຜະລິດແມ່ນຖືວ່າຍັງຕ່ຳຫຼາຍ, ສະພາບເສັ້ນທາງເປ່ເພ ແລະ ບັນຫາສະພາບປະກົດການຫຍໍ້ທໍ້ອື່ນໆທີ່ເກີດຂຶ້ນໃນສັງຄົມ.