ໃນວັນທີ 5 ສິງຫາ 2018 ທີ່ສະໜາມບິນສາກົນວັດໄຕ, ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີ ກະຊວງ ປກສ, ມີເອກອັກຄະລັດຖະທູດອິນໂດເນເຊຍ ປະຈໍາລາວ ພ້ອມຄະນະ ໄດ້ຈັດພິທີສົ່ງຄະນະນໍາຂັ້ນສູງ

ກະຊວງ ປກສ ນໍາໂດຍ ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີ ກະຊວງ ປກສ ທີ່ເດີນທາງໄປເຂົ້າຮ່ວມກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສ ແລະ ລະດັບລັດຖະມົນຕີ ຄັ້ງທີ 7 ຂອງຂະບວນການບາຫຼີ ກ່ຽວກັບຕ້ານການລັກລອບຄ້າມະນຸດ ແລະ ອາຊາຍະກໍາຂ້າມຊາດ, ການລັກລອບເຂົ້າເມືອງຜິດກົດໝາຍ ແລະ ບັນຫາຕ່າງໆທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 6-7 ສິງຫາ 2018 ທີ່ບາຫຼີ ປະເທດອິນໂດເນເຊຍ.

ກອງປະຊຸມຄັ້ງນີ້, ມີບັນດາຜູ້ແທນຈາກປະເທດຕ່າງໆ ທັງໝົດ 45 ປະເທດ ແລະ 3 ອົງການ ເຂົ້າຮ່ວມ, ຜູ້ແທນກອງປະຊຸມຈະໄດ້ປຶກສາຫາລື ເພື່ອແກ້ໄຂ ຫຼື ລົບລ້າງບັນຫາການລັກລອບການຄ້າມະນຸດ, ການກົດຂີ່ຂູດຮີດທາງແຮງງານ ແລະ ການນໍາໃຊ້ແຮງງານເດັກ ໃນພາກພື້ນອິນໂດປາຊີຟິກ, ເຊິ່ງເປັນກອງປະຊຸມທີ່ມີສ່ວນຮ່ວມລະຫວ່າງພາກລັດ ແລະ ພາກທຸລະກິດ ເພື່ອຮ່ວມກັນສະກັດກັ້ນ ແລະ ລົບລ້າງຂະບວນການການຄ້າມະນຸດ ຫຼື ບຸກຄົນທີ່ເປັນເຫຍື່ອ, ຜູ້ຖືກເຄາະຮ້າຍກັບຄືນສູ່ສັງຄົມໃຫ້ເຂົາເຈົ້າດໍາລົງຊີວິດຢ່າງປົກກະຕິ ແລະ ຮ່ວມກັນແກ້ໄຂບັນຫາການອົບພະຍົບຂອງປະຊາຊົນ.

ພົຕ ປອ ສົມຫວັງ ທໍາມະສິດ ໄດ້ຕາງໜ້າໃຫ້ຄະນະອວຍພອນໄຊໃຫ້ທ່ານລັດຖະມົນຕີ ພ້ອມຄະນະ ຈົ່ງເດີນທາງດ້ວຍຄວາມສະຫວັດດີພາບ ແລະ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ ພ້ອມທັງນໍາເອົາບົດຮຽນ ແລະ ຜົນສໍາເລັດກັບມາສູ່ ສປປ ລາວ ກໍຄືກໍາລັງ ປກສ.