ໃນ 6 ເດືອນທ້າຍປີ 2018 ຄະນະພັກ-ຄະນະບັນຊາ ກົມນະໂຍບາຍ ກົມໃຫຍ່ການເມືອງ ກະຊວງປ້ອງກັນ ຄວາມສະຫງົບ ຈະເອົາໃຈໃສ່ໃນການຊີ້ນໍາ-ນໍາພາພະນັກງານ-ນັກຮົບພາຍໃນກົມ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມຮູ້-ຄວາມສາມາດ, ຊຳນິຊຳນານດ້ານວຽກງານວິຊາສະເພາະ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານວິຊາສະເພາະຢ່າງແທ້ຈິງ.

ພັທ ນາງ ຈັນເດືອນ ເທພະວົງ ຫົວໜ້າກົມນະໂຍບາຍ ກ່າວໃນກອງປະຊຸມສະຫຼຸບວຽກງານປະຈໍາ 6 ເດືອນ ຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍ ປີ 2018 ວ່າ: ຄະນະພັກ-ຄະນະນໍາ ກໍຄືຄະນະກົມຈະຖືເອົາການສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ ເພື່ອສ້າງຖັນແຖວພະນັກງານ-ນັກຮົບໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ ໂດຍຫັນເອົາບັນດາມະຕິ, ຄໍາສັ່ງ, ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດເຜີຍແຜ່ໃຫ້ບັນດາພະນັກງານທຸກຂັ້ນຢ່າງເປັນປະຈໍາດ້ວຍຫຼາຍຮູບແບບ, ຫຼາຍຮູບການທັງຈັດຕັ້ງເຊື່ອມຊຶມປາຖະກະຖາບັນດາເອກະສານຕ່າງໆ, ຮຽນມູນເຊື້ອຂອງຊາດ, ຂອງພັກ, ຂອງກໍາລັງປ້ອງກັນຄວາມສະຫງົບ ໂດຍສອດຄ່ອງກັບຈຸດພິເສດຂອງກົມນະໂຍບາຍ ແລະ ຮັກສາໄດ້ທາດແທ້ມູນເຊື້ອພິລະອາດຫານ, ກາຍເປັນກໍາລັງທີ່ມີຄວາມຈົງຮັກພັກດີຂອງພັກ, ມີລະບຽບວິໄນເຂັ້ມງວດ. ເພື່ອເຮັດໃຫ້ໄດ້ຄືແນວນັ້ນ, ຄະນະພັກ-ຄະນະນໍາກົມນະໂຍບາຍຈະໄດ້ຫັນໃສ່ວຽກງານປັບປຸງ-ກໍ່ສ້າງກໍາລັງຍົກລະດັບພະນັກງານຂັ້ນນໍາພາ-ບັນຊາ ທັງຮັບປະກັນໃຫ້ມີຖັນແຖວຜູ້ສືບທອດປ່ຽນແທນທີ່ຕໍ່ເນື່ອງ ແລະ ໜັກແໜ້ນ ໃນນີ້, ແມ່ນແນໃສ່ດ້ານທັດສະນະຫຼັກໝັ້ນ, ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດເປັນກົກ ຖືເອົາຄວາມຮູ້-ຄວາມສາມາດ ແລະ ແບບແຜນວິທີເຮັດວຽກເປັນສໍາຄັນ, ປັບປຸງ-ກໍ່ສ້າງພັກ-ພະນັກງານຕາມ 5 ຫຼັກການ ແລະ 3 ທິດນໍາ ໂດຍຖືເອົາຄຸນນະພາບເປັນກົກ ແນໃສ່ຄົ້ນຄວ້ານໍາສະເໜີຂັ້ນເທິງເພື່ອປັບປຸງການຈັດຕັ້ງຢູ່ບັນດາພະແນກການຕ່າງໆ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງກົມ ກໍຄືໜ້າວຽກງານວິຊາສະເພາະໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບຢ່າງແທ້ຈິງ.

ໃນ 6 ເດືອນຕົ້ນປີ 2018 ຜ່ານມາ, ຄະນະພັກ-ຄະນະນໍາກົມນະໂຍບາຍ ໄດ້ສຶກສາອົບຮົມການເມືອງ-ແນວຄິດ ຕໍ່ພະນັກງານ-ນັກຮົບຢູ່ພາຍໃນກົມດ້ວຍຫຼາຍຮູບແບບ, ຫຼາຍວິທີການຫຼາຍເນື້ອໃນ, ປຸກລະດົມທຸກຄົນເຂົ້າຮ່ວມຄົ້ນຄວ້າເຊື່ອມຊຶມແນວາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມະຕິຄໍາສັ່ງ. ໃນນັ້ນ, ອັນທີ່ເດັ່ນກວ່າໝູ່ແມ່ນໄດ້ເຂົ້າ ຮ່ວມຮັບຟັງປາຖະກະຖາເລົ່າມູນເຊື້ອວັນສໍາຄັນຂອງພັກ, ຂອງຊາດ, ຂອງກໍາລັງປ້ອງກັນຄວາມສະຫງົບ ລວມມີ 6 ຄັ້ງ ມີ 216 ສະຫາຍ ຍິງ 96 ສະຫາຍ. ນອກນັ້ນ, ຍັງໄດ້ນໍາພາເຂົ້າຮ່ວມເຊື່ອມຊຶມຄໍາສັ່ງ, ຄໍາແນະນໍາ, ລະບຽບວິໄນ, ຂໍ້ກໍານົດກົດໝາຍ, ສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມແຕ່ລະໄລຍະມາສຶກສາອົບຮົມ ໂດຍຖືເອົາລະບົບສ່ອງແສງລາຍງານປະຈໍາອາທິດ, ປະຈໍາເດືອນເປັນຫຼັກດ້ວຍການປະກອບຄໍາຄິດ-ຄໍາເຫັນຕໍານິກໍ່ສ້າງຊ່ວຍເຫຼືອເຊິ່ງກັນແລະກັນ. ສະຫຼຸບແລ້ວ 6 ເດືອນຕົ້ນປີຜ່ານມາ, ສາມາດຕີລາຄາໄດ້ວ່າ: ພະນັກງານ-ນັກຮົບພາຍໃນກົມແມ່ນ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ການຈັດຕັ້ງ, ຈໍາແນກໄດ້ມິດສັດຕູຈະແຈ້ງ, ມີສະຕິຕໍ່ການຈັດຕັ້ງ, ລະບຽບວິໄນເຂັ້ມງວດດີ.

ສະຫຼຸບລວມແລ້ວ, ວຽກງານຊີ້ນໍາ -ນໍາພາພະນັກງານ-ນັກຮົບ ໃຫ້ມີການເມືອງໜັກແໜ້ນ, ເຂັ້ມແຂງທາງດ້ານ ການຈັດຕັ້ງ, ມີຄວາມຊຳນິຊຳນານດ້ານວຽກງານວິຊາສະເພາະແມ່ນວຽກງານໜຶ່ງທີ່ສໍາຫຼາຍຕໍ່ກັບຖັນແຖວພະນັກງານ -ລັດຖະກອນ ເວົ້າສະເພາະກໍແມ່ນຖັນແຖວພະນັກງານ-ນັກຮົບເພາະມັນແມ່ນເຄື່ອງຈັກໜຶ່ງທີ່ຂັບເຄື່ອນລະບົບການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ມີຄວາມລະອຽດອ່ອນ, ມີຜົນສໍາເລັດ, ມີປະສິດທິພາບ ແລະ ສໍາເລັດໜ້າທີ່ ຕາມການມອບໝາຍໄດ້ຢ່າງມີປະສິດທິ ຜົນທາງດ້ານປະລິມານ ແລະ ຄຸນນະພາບທີ່ວາງໄວ້.