ໃນວັນທີ 2 ສິງຫານີິ້, ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງ ໄດ້ໂອ້ລົມໃຫ້ຄະນະນຳ ເມືອງໜອງແຮດ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານຫຼັກແຫຼ່ງສືບຕໍ່ເຕົ້າໂຮມຄວາມສາມັກຄີເປັນໝູ່ຄະນະ ເພື່ອພ້ອມກັນເຮັດສຳເລັດໜ້າທີ່-ທີ່ໄດ້ຮັບມອບໝາຍ.

ໂດຍທ່ານເຈົ້າແຂວງໄດ້ເນັ້ນຄະນະນຳຂອງເມືອງ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານເຕົ້າໂຮມຄວາມສາມັກຄີເປັນໝູ່ຄະນະ ເພື່ອເຮັດສຳເລັດໜ້າທີ່ໃນການພັດທະນາທາງດ້ານເສດຖະກິດ-ສັງຄົມບັນດາບ້ານໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນ. ພ້ອມທັງປຸກລະດົມໃຫ້ປະຊາຊົນມີສະຕິລະວັງຕົວຕໍ່ກັບສະພາບອາກາດທີ່ຜັນແປ, ຮັກສາສຸຂະພາບໃຫ້ແຂງແຮງ, ເຝົ້າລະວັງພະຍາດລະບາດໃນລະດູຝົນ.

ສ່ວນຫົນທາງຢູ່ບ້ານໃດກໍຕ້ອງມີຄວາມຮັບຜິດຊອບໃຫ້ມີການອະນາໄມຮ່ອງລະບາຍນ້ຳ, ຂົນດິນເຈື່ອນຖົມທາງອອກ ແລະ ພ້ອມກັນອອກແຮງງານສ້າງຂະບວນການ ເພື່ອຕ້ອນຮັບງານມະຫາກຳກິລາແຫ່ງຊາດ, ງານບຸນເຂົ້າໄກ່ນ້ອຍ, ງານບຸນປະເພນີອື່ນໆ ແລະ ເປັນການຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນຂອງແຂວງ, ເອົາໃຈໃສ່ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ໜັກແໜ້ນ.