ເມືອງຫົງສາ ໄດ້ເລີ່ມຈັດຕັ້ງຈຸດຮັບບໍລິຈາກວັດຖຸປັດໄຈຈາກພາກສ່ວນຕ່າງໆຂຶ້ນຢ່າງເປັນທາງການ ໃນວັນທີ 29 ກໍລະກົດ 2018 ມາເຖິງວັນທີ 31 ກໍລະກົດ ມີຍອດເງິນສົດບໍລິຈາກເບື້ອງຕົ້ນຈຳນວນ 20.820.000 ກີບ ແລະ ຍັງມີເຄື່ອງອຸປະໂພກ ແລະ ບໍລິໂພກຈຳນວນໜຶ່ງຕື່ມອີກ ເພື່ອນຳໄປມອບໃຫ້ປະຊາຊົນທີ່ຖືກຜົນກະທົບຈາກເຫດການໄພພິບັດ ນ້ຳຖ້ວມຢູ່ເມືອງສະໜາມໄຊ ແຂວງອັດຕະປື.

ເຂົ້າຮ່ວມໃນມື້ເລີ່ມຕັ້ງຈຸດຮັບບໍລິຈາກໂດຍ ທ່ານ ຄຳເພັດ ພົມມະລາດ ເຈົ້າເມືອງໆຫົງສາ, ມີຄະນະກຳມະການປ້ອງກັນ ແລະ ຄວບຄຸມ ໄພພິບັດຂັ້ນເມືອງ ພ້ອມທັງຄະນະກຳມະການທີ່ໄດ້ຮັບການແຕ່ງຕັ້ງຊ່ວຍວຽກຂອງເມືອງ.

ສະເພາະຈຸດຮັບບໍລິຈາກເຄື່ອງຕ່າງໆທາງ ເມືອງຫົງສາໄດ້ຈັດເປັນ 2 ຈຸດຄື: ຈຸດຮັບເຄື່ອງບໍລິຈາກປະຈຳທີ່ຕັ້ງຢູ່ໜ້າເດີ່ນກິລາຂອງເມືອງ, ອີກຈຸດໜຶ່ງແມ່ນຈຸດລະດົມ ແລະ ຮັບເຄື່ອງບໍລິຈາກເຄື່ອນທີ່ ເຊິ່ງໄດ້ເຄື່ອນທີ່ໄປຕາມບ້ານ ຕ່າງໆພາຍໃນເທດສະບານເມືອງນັບແຕ່ບ້ານນາແກ່ນຄຳ ຫາ ບ້ານເມືອງຫານ, ເຊິ່ງການເປີດຮັບບໍລິຈາກແມ່ນເລີ່ມແຕ່ 8 ໂມງເຊົ້າຫາ 17:00 ໂມງ ໂດຍໄດ້ເລີ່ມແຕ່ວັນທີ 29 ເດືອນກໍລະກົດ ຫາ ວັນທີ 3 ເດືອນສິງຫາ 2018 ນີ້. ເຊິ່ງບັນຍາກາດໂດຍລວມຢູ່ເມືອງຫົງສາ ພາກສ່ວນຕ່າງໆນັບທັງປະຊາຊົນຊາວເມືອງຫົງສາ, ປະຊາຊົນລາວ ແລະ ຊາວຕ່າງປະເທດທີ່ດຳລົງຊີວິດຢູ່ເມືອງຫົງສາກໍໄດ້ເຂົ້າຮ່ວມບໍລິຈາກວັດຖຸສິ່ງຂອງຕ່າງໆເປັນຢ່າງດີ.

ສຳລັບເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກຕ່າງໆທີ່ໄດ້ຮັບມາ, ທາງຄະນະຮັບຜິດຊອບຈະນຳໄປຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບ ຈາກເຫດການໄພພິບັດນ້ຳຖ້ວມ ຢູ່ເມືອງສະ ໜາມໄຊ ແຂວງອັດຕະປື ແລະ ເມືອງປາກແບງ ແຂວງອຸດົມໄຊ.