ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນ ແຂວງຫຼວງນ້ຳທາ (ສສຂ ຫຼວງນ້ຳທາ ຊຸດທີ I) ໄດ້ສຳເລັດຢ່າງເປັນທາງການ ໃນວັນທີ 2 ສິງຫາ 2018 ພາຍຫຼັງດຳເນີນເປັນເວລາ 2 ວັນ ຢູ່ທີ່ສະໂມສອນແຂວງ, ພາຍໃຕ້ການເປັນປະທານໂດຍ ທ່ານ ໄຊພອນ ຄູນສີລິເຮືອງ ຮອງເລຂາພັກແຂວງ ສະມາຊິກສະພາແຫ່ງຊາດ ປະທານສະພາປະຊາຊົນ ແຂວງ; ໂດຍມີ ທ່ານ ສົມພັນ ແພງຄຳມີ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ, ມີ ທ່ານ ເພັດຖາວອນ ພິລາວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຫຼວງນ້ຳທາ ພ້ອມດ້ວຍບັນດາທ່ານການນຳພັກ-ລັດ, ອະດີດການນຳຂອງແຂວງ, ອະດີດສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ທີ 3 ພ້ອມດ້ວຍແຂກຮັບເຊີນຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນ ແຂວງຫຼວງນ້ຳທາ (ສສຂ ຫຼວງນ້ຳທາ ຊຸດທີ I)

ຕະຫຼອດໄລຍະເວລາ 2 ວັນ ຂອງການດຳເນີນກອງປະຊຸມ, ສະມາຊິກສະພາປະຊາຊົນແຂວງ ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນເຂົ້າໃນການຄົ້ນຄວ້າ, ພິຈາລະນາ, ຮັບຮອງເອົາບັນຫາສຳຄັນຕ່າງໆຄື: ພິຈາລະນາ ແລະ ຮັບຮອງເອົາບຸກຄະລາກອນຂອງ ອົງການປົກຄອງແຂວງ ຕາມການສະເໜີຂອງທ່ານເຈົ້າແຂວງ; ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈຳ 6 ເດືອນທ້າຍປີ 2018 ຂອງແຂວງ; ບົດລາຍງານຂອງຄະນະປະຈຳສະພາປະຊາຊົນແຂວງ ກ່ຽວກັບ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານຂອງ ສະພາປະຊາຊົນແຂວງ ໃນລະຫວ່າງສອງກອງປະຊຸມ (ກອງປະຊຸມສະໄໝສາມັນ ເທື່ອທີ 4 ຫາ ກອງປະຊຸມສະໄໝສາມັນ ເທື່ອທີ 5 ແລະ ທິດທາງແຜນການລະຫວ່າງ ກອງປະຊຸມສະໄໝສາມັນ ເທື່ອທີ 5 ຫາ ກອງປະຊຸມສະໄໝສາມັນ ເທື່ອທີ 6).

ນອກນັ້ນ, ໃນກອງປະຊຸມຍັງໄດ້ຮັບຟັງການລາຍງານໂດຍສັງເຂບຂອງ ທ່ານເຈົ້າແຂວງ ກ່ຽວກັບ ການຕີລາຄາສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈຳ 6 ເດືອນທ້າຍປີ 2018 ຂອງແຂວງ; ການລາຍງານຂອງຫົວໜ້າອົງການໄອຍະການປະຊາຊົນແຂວງ ກ່ຽວກັບ ການຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ແຂວງຫຼວງນ້ຳທາ; ການລາຍງານຂອງ ຫົວໜ້າກອງບັນຊາການ ປກສ ແຂວງ ກ່ຽວກັບ ການຕ້ານ ແລະ ສະກັດກັ້ນການຄ້າມະນຸດ.

ຜົນສຳເລັດຂອງກອງປະຊຸມເທື່ອນີ້ ໄດ້ສະແດງເຖິງຄວາມເປັນເອກະພາບ, ຄວາມຮັບຜິດຊອບຂອງບັນດາທ່ານສະມາຊິກສະພາປະຊາຊົນແຂວງ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງບັນດາອົງການຈັດຕັ້ງຂອງພັກ-ລັດ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ພະນັກງານລັດຖະກອນ, ສະມາຊິກພັກ, ເຈົ້າໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສື່ມວນຊົນ, ບັນດາຊັ້ນຄົນ, ນັກທຸລະກິດທັງພາກລັດ ແລະ ເອກະຊົນ ກໍຄືປະຊາຊົນລາວບັນດາເຜົ່າ ໃນທົ່ວແຂວງຫຼວງນ້ຳທາ.