ໃນທ້າຍອາທິດຜ່ານມາ, ກອງບັນຊາການ ປກສ ແຂວງຊຽງຂວາງ ໄດ້ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານຂອງການເລື່ອນຊັ້ນ; ປະດັບຊັ້ນໂດຍ ພັທ ວັນຄໍາ ມະນີວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ, ມີບັນດາຫົວໜ້າຫ້ອງອ້ອມຂ້າງກອງບັນຊາການ, ກອງພັນ, ໂຮງຮຽນ, ຄ້າຍຄຸມຂັງ-ດັດສ້າງ ພ້ອມດ້ວຍພະນັກງານ-ນັກຮົບເຂົ້າຮ່ວມ.

ພັທ ແທ່ງ ພູພອນທອງ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງສະບັບເລກທີ 1762/ກມປສ, ລົງວັນທີ 27 ມິຖຸນາ 2018 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດກອງບັນຊາການ ປກສ ແຂວງຊຽງຂວາງ ໃນນັ້ນມີ: ເລື່ອນຊັ້ນຮ້ອຍຕີ ຂຶ້ນ ຮ້ອຍໂທ 18 ສະຫາຍ ຍິງ 2 ສະຫາຍ, ວາທີ ຂຶ້ນ ຮ້ອຍຕີ 1 ສະຫາຍ, ສິບເອກ ຂຶ້ນ ວາທີ 2 ສະຫາຍ.

ພັທ ວັນຄໍາ ມະນີວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໃຫ້ກຽດປະດັບຊັ້ນ ແລະ ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ພ້ອມທັງເນັ້ນໃຫ້ແຕ່ລະສະຫາຍຈົ່ງພ້ອມກັນເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ມີສະຕິຕໍ່ການຈັດຕັ້ງປະຕິບັດລະບຽບວິໄນ, ຂໍ້ກຳນົດກົດໝາຍຂອງລັດວາງອອກຢ່າງເຂັ້ມງວດ ສືບຕໍ່ເຮັດໜ້າທີ່ການເມືອງຂອງຕົນໃຫ້ມີຜົນສຳເລັດກວ່າເກົ່າ.