ວັນທີ 4 ສິງຫາ 2018 ຫ້ອງວ່າການແຂວງຫົວພັນ ໄດ້ຈັດພິທີລະດົມທຶນ ແລະ ຕັກບາດ ເພື່ອຮ່ວມໃຈຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ຢູ່ທີ່ສວນມິດຕະພາບລາວຮຸ່ງ ບໍລິເວນສວນ ແກ້ວຫຼັກເມືອງ.

ໃນພິທີ, ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນ ໄດ້ກ່າວບາງຕອນສຳຄັນວ່າ: ພວກເຮົາຊຸມນຸມກັນມື້ນີ້ ເພື່ອລະດົມທຶນໄປຊ່ວຍບັນດາແຂວງຂອງ ສປປ ລາວ ທີ່ຖືກຜົນ ກະທົບໄພນ້ຳຖ້ວມ ໂດຍສະເພາະແມ່ນເມືອງ ສະໜາມໄຊ ແຂວງອັດຕະປື ທີ່ເປັນເຫດການອັນຮ້າຍແຮງໃນປະຫວັດສາດຂອງຊາດລາວເຮົາ ເຊິ່ງເຮັດໃຫ້ຊີວິດ, ຊັບສິນວັດຖຸ, ເງິນ-ຄຳເສຍຫາຍຢ່າງມະຫາສານຕໍ່ກັບບັນຫາດັ່ງກ່າວພັກ-ລັດຖະບານໄດ້ປຸກລະດົມນ້ຳໃຈຂອງຊາວລາວທັງຊາດ ແລະ ອົງການຈັດຕັ້ງ ເພື່ອນມິດສາກົນ ເພື່ອລະດົມທຶນໄປຊ່ວຍຜູ້ຖືກເຄາະຮ້າຍໃຫ້ກັບສູ່ສະພາບປົກກະຕິ.

ສຳລັບແຂວງຫົວພັນ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບລະດົມທຶນ ໂດຍແມ່ນທ່ານຮອງເລຂາພັກແຂວງປະທານແນວລາວສ້າງຊາດ ແຂວງເປັນຫົວໜ້າ ແລະ ມີທຸກພະແນກ ການ, ກົມກອງເປັນຄະນະ ເຊິ່ງໄດ້ກຳນົດ ເອົາ 2 ຮູບແບບໃນການລະດົມທຶນຄື: ຮັບການບໍລິຈາກເປັນເງິນ, ວັດຖຸ ແລະ ຕັກບາດ ຢາດນ້ຳສົ່ງສ່ວນບຸນກຸສົນໄປຍັງຜູ້ທີ່ເສຍຊີວິດໃນເຫດການນ້ຳຖ້ວມ, ການລະດົມທຶນຄັ້ງນີ້ ໄດ້ມີພາກສ່ວນຕ່າງໆມາບໍລິຈາກເງິນ ແລະ ວັດຖຸເປັນຈຳນວນຫຼວງຫຼາຍ ເຊິ່ງສາມາດລະດົມໄດ້ເງິນທັງໝົດ 240 ລ້ານກວ່າກີບ, ໃນນີ້ ເງິນທີ່ໄດ້ມາຈາກການລະດົມມີຈຳນວນ 113 ລ້ານກວ່າກີບ ແລະ ເງິນໃສ່ບາດມີ 27 ລ້ານກວ່າກີບ. ນອກນີ້, ຍັງມີເຄື່ອງບໍລິໂພກປະເພດໝີ່ 84 ເປົາ ແລະ ປ໋ອງປາ 13 ເປົາ ສ່ວນເງິນ ແລະ ວັດຖຸທີ່ໄດ້ຈາກການລະດົມ ໃນຄັ້ງນີ້ ແມ່ນຈະໄດ້ນຳໄປມອບໃຫ້ຜູ້ປະສົບ ໄພນ້ຳຖ້ວມຢ່າງທົ່ວເຖິງ.