ໜ່ວຍງານຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສິງ ແຂວງຫຼວງນໍ້າທາ ໄດ້ຕັ້ງດ່ານສະກັດຈັບເປົ້າໝາຍຊື້-ຂາຍຢາເສບຕິດ 2 ຄົນ ພ້ອມຂອງກາງຢາບ້າເກືອບ 800 ເມັດ ຢູ່ເສັ້ນທາງລະຫວ່າງເມືອງລອງ-ເມືອງສິງ.

ຜູ້ຖືກຫາທັງສອງຄົນຊື່ ທ້າວ ສາເຈາະ ອາຍຸ 30 ປີ ຢູ່ບ້ານຫົວນາໃໝ່ ເມືອງສິງ ແຂວງຫຼວງນໍ້າທາ ແລະ ທ້າວ ໄມ່ສາມນວນ ອາຍຸ 30 ປີ ຢູ່ ບ້ານຫຼວງ ເມືອງຊຽງລາບ ແຂວງທ່າຂີ້ເຫຼັກ ປະເທດມຽນມາ.
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນວັນທີ 6 ມິຖຸນາ 2018 ໄດ້ຮັບລາຍງານຈາກແຫ່ຼງຂ່າວວ່າ: ເປົ້າໝາຍທັງສອງຄົນກໍາລັງເອົາຢາບ້າໄປຂາຍຢູ່ເມືອງສິງ ໂດຍໃຊ້ລົດຈັກເປັນພາຫະນະ; ດັ່ງນັ້ນ, ຈິ່ງແຕ່ງຕັ້ງພະນັກງານວິຊາສະ ເພາະອອກເຄື່ອນ ໄຫວກວດກາລັດ ສະກັດເປົ້າໝາຍຢູ່ເສັ້ນທາງເຂດບ້ານເອີຫຼ້າ ເມືອງສິງ,ໃນລະຫວ່າງການປະຕິບັດໜ້າທີ່ຢູ່ນັ້ນ ພົບເຫັນເປົ້າໝາຍ 2 ຄົນ ກໍາລັງຂີ່ລົດຈັກມຸ່ງໜ້າເຂົ້າເມືອງສິງ. ພໍມາຮອດດ່ານກວດກາເຈົ້າໜ້າທີ່ ຈິ່ງສະກັດຈັບ ພ້ອມທັງກວດຄົ້ນພົບຢາບ້າຈຳນວນ 4 ຖົງ ເທົ່າກັບ 779 ເມັດ ທີ່ຊຸກເຊື່ອງຢູ່ຖົງເສື້ອຜູ້ຖືກຫາທັງສອງຄົນ.

ຜ່ານການສືບສວນ-ສອບສວນ ພວກກ່ຽວສາລະພາບວ່າ: ຢາບ້າຈໍານວນດັ່ງກ່າວແມ່ນຂອງພວກຕົນແທ້, ເຊິ່ງໄດ້ຊື້ນຳຄູ່ຮ່ວມຂະບວນນໍາກັນຢູ່ເມືອງລອງ ເພື່ອຈະເອົາໄປຂາຍຢູ່ເມືອງສິງ ແຕ່ຍັງບ່ໍທັນຮອດປາຍທາງຖືກເຈົ້າໜ້າທີ່ກັກຕົວກ່ອນ.

ເຈົ້າໜ້າທີ່ ປກສ ເມືອງສິງ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ໃນວັນທີ 24 ກໍລະກົດ 2018, ໄດ້ຈັບທ້າວ ຝ້າມ ງ໋ອກແອ້ງ ອາຍຸ 34 ປີ ສັນຊາດຫວຽດນາມ ພ້ອມຂອງກາງຢາບ້າຈຳນວນ 51 ເມັດ ໃນຂະນະທີ່ເຂົ້າມາເປັນກໍາມະກອນກໍ່ສ້າງຢູ່ເມືອງສິງ ແຂວງຫຼວງນໍ້າທາ.

ທ້າວ ຝ້າມງ໋ອກແອ້ງ ໄດ້ຮັບສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວແມ່ນຊື້ ຢູ່ຄິວລົດສາຍເໜືອນະຄອນຫຼວງວຽງຈັນ ແລ້ວຊຸກເຊື່ອງໃນຊອງຢາສູບ; ຈາກນັ້ນ, ກໍຂຶ້ນລົດເມອອກເດີນທາງໄປແຂວງຫຼວງນໍ້າທາ; ພໍໄປຮອດເມືອງສິງ ເຫັນເຈົ້າໜ້າທີ່ຕໍາຫຼວດກວດກາຄວາມເປັນລະບຽບຮຽບຮ້ອຍ ຈິ່ງແກ່ວງຢາບ້າ ຈໍານວນ 51 ເມັດຖິ້ມ ເຈົ້າໜ້າທີ່ຈິ່ງກັກຕົວພ້ອມຂອງກາງ ຈໍານວນດັ່ງກ່າວ.