ອາທິດແລ້ວນີ້, ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງຫຼວງນ້ຳທາ ລະດົມທຶນຈາກພະນັກງານ-ນັກຮົບ, ບັນດາ ປກສ ເມືອງ ໄດ້ທັງໝົດ 32.000.000 ກວ່າກີບ ແລ້ວນຳໄປມອບໃຫ້ຄະນະອະນຸກຳມະການຂັ້ນເມືອງ, ຂັ້ນແຂວງ ເພື່ອສົ່ງໄປຊ່ວຍເຫຼືອພໍ່-ແມ່ປະຊາຊົນເພື່ອເປັນການປະກອບສ່ວນຊ່ວຍເຫຼືອ ຜູ້ຖືກຜົນກະທົບຈາກໄພນ້ຳຖ້ວມ ທີ່ເມືອງສະໜາມໄຊ ແຂວງອັດຕະປື.

ໃນນັ້ນ, ໄດ້ຮັບເງິນບໍລິຈາກນຳພະນັກງານ-ນັກຮົບອ້ອມຂ້າງກອງບັນຊາການ ປກສ ແຂວງ ເປັນເງິນທັງໝົດຈຳນວນ 16.800.000 ກີບ, ໄດ້ຈາກກອງບັນຊາການ 1.000.000 ກີບ, ກອງບັນຊາການ ປກສ ເມືອງນາແລ 2.520.000 ກີບ, ປກສ ເມືອງສິງ 3.040.000 ກີບ, ປກສ ເມືອງລອງ 2.260.000 ກີບ, ປກສ ເມືອງວຽງພູຄາ 2.000.000 ກີບ, ປກສ ເມືອງຫຼວງນ້ຳທາ 3.020.000 ກີບ ແລະ ປກສ ເຂດພິເສດບໍເຕນແດນງາມ 1.950.000 ກີບ ລວມເປັນເງິນຊ່ວຍເຫຼືອຈາກກອງບັນຊາການ ປກສ ແຂວງຫຼວງນ້ຳທາ ທັງໝົດ 32.590.000 ກີບ.

ຕາງໜ້າໃຫ້ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ ມອບໂດຍ ພັທ ເຊັ່ງ ມ່ອງປະດິດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ຕາງໜ້າກ່າວຮັບໂດຍ ທ່ານ ບຸນຍີ ແກ້ວຄູນເມືອງ ຮອງເຈົ້າແຂວງໆຫຼວງນ້ຳທາ.