ສະມາຊິກສະພາແຫ່ງຊາດ ໄດ້ລົງເຜີຍແຜ່ຜົນສໍາເລັດຂອງ ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ໃຫ້ຄະນະກວດກາສູນກາງພັກ ໃນວັນທີ 3 ສິງຫາ 2018, ເຜີຍແຜ່ໂດຍ ທ່ານ ປອ ນາງ ບົວຄຳ ທິບພະວົງ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການຍຸຕິທຳ ສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ມີຄະນະກວດກາສູນກາງພັກ, ອົງການກວດກາລັດຖະບານ, ຫົວໜ້າ-ຮອງຫົວໜ້າກົມ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ທ່ານ ປອ ນາງ ບົວຄຳ ທິບພະວົງ ກ່າວວ່າ: ການລົງເຄື່ອນໄຫວເຮັດວຽກງານໃນຄັ້ງນີ້ ນອກຈາກຈະເປັນການເຜີຍແຜ່ຜົນສຳເລັດຂອງກອງປະຊຸມດັ່ງກ່າວແລ້ວ ບັນດາສະມາຊິກພັກ ຍັງໄດ້ຮັບຟັງຄຳຄິດຄຳເຫັັນ, ຄຳສະເໜີຂອງຜູ້ມີສິດເລືອກຕັ້ງຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ບັນຫາສັງຄົມຕ່າງໆ ເພື່ອເປັນຂໍ້ມູນໃຫ້ແກ່ສະມາຊິກສະພາແຫ່ງຊາດ ໄດ້ນຳໄປຄົ້ນຄວ້າພິຈາລະນາ ແລະ ປະກອບຄຳຄິດຄຳເຫັນໃນການພິຈາລະນາບັນຫາສຳຄັນຕ່າງໆຂອງຊາດ ໃນການເຂົ້າຮ່ວມກອງປະຊຸມສະໄໝສາມັນ ຂອງສະພາແຫ່ງຊາດ.

ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາບັນຫາຕ່າງໆ ເຊັ່ນ: ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2018; ພິຈາລະນາ ແລະ ຮັບຮອງເອົາບົດສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2018; ພິຈາລະນາ ແລະ ຮັບຮອງເອົານິຕິກຳ ວ່າດ້ວຍການກຳນົດຫົວໜ່ວຍລາຄາທົດແທນ, ຄ່າເສຍຫາຍໃຫ້ຜູ້ຖືກຜົນກະທົບຈາກໂຄງການກໍ່ສ້າງທາງດ່ວນວຽງຈັນ, ນິຕິກໍາວ່າດ້ວຍການຫຼຸດຜ່ອນອຸບັດຕິເຫດ ແລະ ຮັກສາຄວາມປອດໄພຕາມທ້ອງຖະໜົນທົ່ວປະເທດ.

ພາຍຫຼັງສຳເລັດການເຜີຍແຜ່, ສະມາຊິກສະພາແຫ່ງຊາດ ຍັງໄດ້ຮັບຟັງການສະເໜີຈາກຄະນະກວດກາສູນກາງພັກກ່ຽວກັບ ຜົນການຈັດຕັ້ງປະຕິບັດບັນດາຄາດໝາຍ ແລະ ມາດຕະການທີ່ກໍານົດໄວ້ໃນມະຕິຂອງສະພາແຫ່ງຊາດ ແລະ ສະເໜີໃຫ້ຄະນະປະຈໍາສະພາແຫ່ງຊາດ ຊີ້ນໍາບັນດາຄະນະອົງການກວດກາດໍາເນີນການຕິດຕາມກວດກາການຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ ຕາມພາລະບົດບາດ ແລະ ຂອບເຂດສິດຂອງຕົນຢ່າງເຂັ້ມງວດ.