ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ຮອງລັດຖະມົນຕີກະຊວງແຮງານ ແລະ ສະຫວັດດີການສົງຄັມ, ຫົວໜ້າຫ້ອງການກະຊວງສາທາລະນະສຸກ ຕາງໜ້າໃຫ້ລັດຖະບານລາວ ຖະແຫຼງຂ່າວກ່ຽວກັບມາຕະການ ແລະ ແຜນການຂອງລັດຖະບານ ທີ່ຈະຟື້ນຟູປະຊາຊົນທີ່ຖືກອຸທົກກະໄພ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ຕໍ່ບັນດາທູດ, ຕານຸທູດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສັງກັດລັດຖະບານ ແລະ ສື່ມວນຊົນອ້ອມຂ້າງສູນກາງ ໃນວັນທີ 7 ສິງຫາ 2018 ວ່າ: ລັດຖະບານໄດ້ວາງແຜນການໃນການຟື້ນຟູເປັນແຕ່ລະໄລຍະ ໂດຍສຸມໃສ່ຟື້ນຟູສະຖານທີ່ພັກອາໄສຖາວອນ, ທາງດ້ານສຸຂະພາບກາຍ ແລະ ຈິດໃຈ ໃຫ້ເຂົ້າສູ່ສະພາບປົກກະຕິ.

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ກ່າວວ່າ: ໃນອະນາຄົດ, ທາງລັດຖະບານໄດ້ວາງແຜນການໃນການຟື້ນຟູເປັນແຕ່ລະໄລຍະຄື ໃນສະເພາະໜ້າແມ່ນສືບຕໍ່ຊອກຫາ, ຊອກຄົ້ນຈໍານວນຜູ້ສູນຫາຍທີ່ມີຄວາມຫຍຸ້ງຍາກຫຼາຍ ເນື່ອງຈາກວ່ານໍ້າຫຼຸດລົງ ແຕ່ຜັດມີຂີ້ຕົມເປັນຈໍານວນມະຫາສານທີ່ຍັງຕ້ອງການເຄື່ອງເຕັກໂນໂລຊີທີ່ທັນສະໄໝຊ່ວຍກໍານົດຈຸດ ຫຼື ຊອກຫາຜູ້ທີ່ໄດ້ຮັບຜົນກະທົບ; ຟື້ນຟູພື້ນທີ່-ທີ່ໄດ້ຮັບຜົນກະທົບ ແລະ ໂຄງສ້າງພື້ນຖານ, ຖະໜົນຫົນທາງ ແລະ ຂົວທີ່ເປ່ເພ ໃຫ້ສາມາດເຂົ້າໄປເຖິງຊຸມຊົນທີ່ໄດ້ຮັບຜົນກະທົບ; ການສະໜອງສະບຽງອາຫານໃຫ້ພຽງພໍ ແລະ ມີການອະນຸລັກຮັກສາຄຸນນະພາບຂອງອາຫານ; ຕ້ອງການອຸປະກອນການແພດ ປະກອບມີລົດຂົນສົ່ງຄົນເຈັບ, ຢາວັກແຊັງ, ຕ້ານພະຍາດລະບາດຢູ່ໃນພື້ນທີ່-ທີ່ໄດ້ຮັບຜົນກະທົບ.

ສໍາລັບແຜນການໄລຍະກາງ ແລະ ໄລຍະຍາວ ແມ່ນຈະວາງແຜນການຟື້ນຟູພື້ນທີ່ເມືອງສະໜາມໄຊ ທີ່ໄດ້ຮັບຜົນກະທົບເພື່ອພັດທະນາເປັນພື້ນທີ່ກະສິກໍາໃຫ້ປະຊາຊົນ; ການຍົກຍ້າຍຈັດສັນທີ່ພັກແບບຖາວອນ ແລະ ຟື້ນຟູຊຸມຊົນໃຫ້ເປັນສະພາບປົກກະຕິ; ການພັດທະນາພື້ນຖານໂຄງລ່າງ ໃຫ້ເຂົາເຈົ້າສາມາດດໍາລົງຊີວິດໄດ້ເປັນປົກກະຕິ; ເຊິ່ງລັດຖະບານກຳລັງປະເມີນຜົນຢູ່ສະໜາມ ເພື່ອສ້າງເປັນແຜນແມ່ບົດໃນການພັດທະນາເພື່ອຟື້ນຟູຊຸມຊົນ.

ທ່ານ ສະເຫຼີມໄຊ ກົມມະສິດ ກ່າວຕື່ມວ່າ: ສໍາລັບຕົວເລກຄົນສູນຫາຍ 131 ຄົນ ແລະ ມາຮອດວັນທີ 6 ສິງຫາ 2018 ຄົ້ນພົບແລ້ວ 34 ຄົນ; ໃນນີ້ມີ 3 ຄົນ ທີ່ເສຍຊີວິດ ຢູ່ເຂດພັກເຊົາຊົ່ວຄາວ ເນື່ອງຈາກວ່າເປັນຫົວໃຈ, ຄວາມດັນເລືອດສູງ ແລະ ພະຍາດອື່ນໆ; ປັດຈຸບັນ, ລັດຖະບານຢືນຢັນວ່າ: ຕົວເລກຂອງຄົນທີ່ໄດ້ຮັບຜົນກະທົບໃນ 6 ບ້ານ ຂອງເມືອງສະໜາມໄຊ ແຂວງອັດຕະປື ມີຈໍານວນ 6 ພັນກວ່າຄົນ ແຕ່ກໍບໍ່ສາມາດບອກຕົວເລກທີ່ແນ່ນອນໄດ້ ເນື່ອງຈາກວ່າມີຄວາມແຕກຕ່າງກັນລະຫວ່າງຕົວເລກຂຶ້ນສໍາມະໂນຄົວ ແລະ ຕົວເລກຕົວຈິງ ເຊິ່ງໃນຈໍານວນ 6 ພັນກວ່າຄົນ ໄດ້ຖືກຍ້າຍໄປຢູ່ບ່ອນພັກຊົ່ວຄາວທີ່ປອດໄພ.

ໃນຕອນທ້າຍ, ທ່ານລັດຖະມົນຕີກະຊວງການຕ່າງະເທດ ໄດ້ສະແດງຮູ້ບຸນຄຸນ ແລະ ຂອບໃຈຕໍ່ທ່ານທູດ, ທູຕານຸທູດ, ອົງຄະນາຍາດສາກົນ ແລະ ອົງການຈັດຕັ້ງສາກົນ, ບັນດາປະເທດຕ່າງໆທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອທາງດ້ານບຸກລະຄາກອນ, ງົບປະມານ, ເຄື່ອງອຸປະໂພກ, ບໍລິໂພກ, ຍານພາຫະນະເປັນຈໍານວນຫຼວງຫຼາຍໃຫ້ປະຊາຊົນ ເມືອງສະໜາມໄຊ ແຂວງອັດຕະປື.