ເຈົ້າໜ້າທີ່ ປກສ ກຸ່ມບ້ານໂພນເຄັງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຈັບຕົວຄົນຮ້າຍ 2 ຄົນໃນຂະນະທີ່ກໍາລັງລັກເຄື່ອງທີ່ລະນຶກຢູ່ບໍລິສັດແຫ່ງໜຶ່ງຢູ່ເດີ່ນພຣະທາດຫຼວງ ໃນຄືນວັນທີ 6 ສິງຫາ 2018.

ເຈົ້າໜ້າທີ່ຕໍາຫຼວດ ປກສ  ກຸ່ມໂພນເຄັງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 6 ສິງຫາ 2018 ເຈົ້າໜ້າທີ່ໄດ້ພາກັນອອກກວດກາລາດຕະເວນຮັກສາຄວາມເປັນລະບຽບຮຽບຮ້ອຍພື້ນທີ່ຄວາມຮັບຜິດຊອບຕາມວິຊາສະເພາະ ໃນລະຫວ່າງກວດກາລາດຕະເວນຮອດ ເດີນພຣະທາດຫຼວງ ເວລາ 21:30 ໂມງ ວັນດຽວກັນ ໄດ້ພົບເຫັນຄົນຮ້າຍ 2 ຄົນກໍາລັງລັກເຄື່ອງຢູ່ຮ້ານຂາຍເຄື່ອງທີ່ລະນຶກ ຂອງບໍລິສັດ ຈັນນະພາ ຕັ້ງຢູ່ເດີ່ນທາດຫຼວງ ຈຶ່ງເຂົ້າຈັບຕົວ ຊື່ ທ້າວ ສີບຸນເຮືອງ ອາຍຸ 30 ປີ ຢູ່ບ້ານປາຄາໃຕ້ ເມືອງຫົວເມືອງ ແຂວງຫົວພັນ ແລະ ທ້າວ ຄໍາເສັງ ອາຍຸ 28 ປີ ບ້ານນາຝັ່ງ ເມືອງໂຂງ ແຂວງຈໍາປາສັກ; ພ້ອມດ້ວຍຂອງກາງຈໍານວນໜຶ່ງ ມີໂມງໃສ່ແຂນ 31 ໜ່ວຍ, ສາຍຄໍເງິນ 9 ເສັ້ນ, ສາຍຄໍຄ້າຍຄືຄໍາ 2 ເສັ້ນ, ສາຍຄໍເຫຼດ 12 ເສັ້ນ, ແຫວນ 1 ວົງ ແລະ ມີຕັດເລັບ 2 ອັນ.

ຕໍ່ກັບຄະດີດັ່ງກ່າວ, ເຈົ້າໜ້າທີ່ໄດ້ສົ່ງຕົວຜູ້ກໍ່ເຫດໃຫ້ກອງຄະດີ ປກສ ເມືອງໄຊເສດຖາດໍາເນີນຄະດີຕາມລະບຽບກົດໝາຍ.